• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມີນັກທຸລະກິດຍິງ 2 ຄົນ ນອນໃນ Top 25 ນັກທຸລະກິດຍິງມີສິດອໍານາດໃນອາຊີ

      ວາລະສານ Forbes ຫາກໍປະກາດບັນຊີລາຍຊື່ 25 ນັກທຸລະກິດຍິງທີ່ມີສິດອໍານາດທີ່ສຸດໃນອາຊີ ປີ 2020. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ໃນນັ້ນ ມີນັກທຸລະກິດຍິງຫວຽດນາມ 2 ຄົນ. ນັ້ນແມ່ນ ທ່ານນາງ ຫງວຽນແບັກດຽບ - ປະທານບໍລິສັດຫຸ້ນສ່ວນ  FPT Retail.

ວາລະສານ Forbes ຫາກໍປະກາດບັນຊີລາຍຊື່ 25 ນັກທຸລະກິດຍິງທີ່ມີສິດອໍານາດທີ່ສຸດໃນອາຊີ ປີ 2020(ພາບ: vov.vn)
      ນັບແຕ່ເມື່ອເປັນປະທານບໍລິສັດໃນປີ 2017, ທ່ານນາງ ຫງວຽນແບັກດຽບ ໄດ້ນໍາ FPT Retail ຈາກຮ້ານຄ້າ 17 ແຫ່ງ ຂະຫຍາຍເປັນລະບົບຂາຍຍ່ອຍໃຫຍ່ອັນດັບທີ 2 ຢູ່ຫວຽດນາມ ດ້ວຍຈໍານວນຮ້ານຄ້າກວ່າ 630 ແຫ່ງໃນທົ່ວປະເທດ. ກ່ອນໜ້ານັ້ນ, ປີ 2019, ທ່ານນາງ ຫງວຽນແບັກດຽບ ໄດ້ຮັບກຽດມີຊື່ໃນບັນຊີລາຍຊື່ແມ່ຍິງ 50 ຄົນທີ່ມີຜົນສະທ້ອນທີ່ສຸດຢູ່ຫວຽດນາມ ໂດຍ Forbes ຫວຽດນາມ ຄັດເລືອກ.
        ຜູ້ທີ 2 ແມ່ນ ທ່ານນາງ ເຈືອງທິເລະແຄງ - ຜູ້ກໍ່ຕັ້ງ ທັງເປັນປະທານ ບໍລິສັດຫຸ້ນສ່ວນ ຫວິງຮວ່ານ. ຕາມ ວາລະສານ Forbes ແລ້ວ, ໃນ 23 ປີຜ່ານມາ, ທ່ານນາງ ເຈືອງທິເລະແຄງ ໄດ້ກໍ່ສ້າງ ຫວິງຮວ່ານກາຍເປັນບໍລິສັດສິນໃນນໍ້າໃຫຍ່ທີ່ສຸດຢູ່ຫວຽດນາມ. ປີ 2019, ຫວິງຮວ່ານກໍແມ່ນບໍລິສັດ ມີການເຄື່ອນໄຫວໃນຂົງເຂດສິນໃນນໍ້າດີທີ່ສຸດຢູ່ຫວຽດນາມ ດ້ວຍລາຍຮັບບັນລຸ 340 ລ້ານ USD ແລະ ຜົນກໍາໄລເຖິງ 50 ລ້ານ USD.
(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top