• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ພ້ອມແລ້ວທີ່ຈະຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37

      ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ຈະດຳເນີນຢູ່ ຮ່າໂນ້ຍ ຕາມຮູບການທາງອອນລາຍ ແຕ່ວັນທີ 12 ຫາວັນທີ 15 ພະຈິກ. 

ທ່ານພົນໂທ ບຸ່ຍວັນນາມ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: baoquocte.vn) 
      ຕອນບ່າຍວັນທີ 8 ພະຈິກ, ຢູ່ຮ່າໂນ້ຍ, ທ່ານພົນໂທ ບຸ່ຍວັນນາມ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ; ຫົວໜ້າອະນຸກຳມະການປ້ອງກັນຄວາມສະຫງົບ - ສາທາລະນະສຸກ ອາຊຽນ 2020 ໄດ້ລົງກວດກາ, ສຳຫຼວດວຽກງານກະກຽມ, ຈັດຕັ້ງກອງປະຊຸມສຸດຍອດ ສະມາຄົມບັນດາປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 37 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.
        ທ່ານຮອງລັດຖະມົນຕີ ບຸ່ຍວັນນາມ ສະເໜີໃຫ້ບັນດາອົງການ, ຫົວໜ່ວຍທີ່ເປັນສະມາຊິກຂອງອະນຸຄະນະກຳມະການ ຕ້ອງອັບເດດ, ກຳແໜ້ນໄດ້ຂໍ້ມູນຂ່າວສານ ແລະ ສະພາບການຢ່າງເປັນປະຈຳ, ຕີລາຄາສຳຫຼວດກວດຄືນ, ປັບປຸງບັນດາແຜນການ, ການຮັບມື ແລະ ແກ້ໄຂບັນດາກໍລະນີທີ່ອາດຈະເກີດຂຶ້ນໃໝ່ໄດ້ຢ່າງທັນການ.
        ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ຈະດຳເນີນຢູ່ ຮ່າໂນ້ຍ ຕາມຮູບການທາງອອນລາຍ ແຕ່ວັນທີ 12 ຫາວັນທີ 15 ພະຈິກ. ນີ້ແມ່ນເຫດການການເມືອງ, ການຕ່າງປະເທດສຳຄັນແຖວໜ້າ, ມີຄວາມໝາຍພິເສດ ແລະ ກໍແມ່ນເຫດການສິ້ນສຸດອາຍຸການປະທານ ອາຊຽນ 2020 ຂອງ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ເປີດການບໍລິການການຄ້າສຳລັບໂຮງງານໄຟຟ້າ ເຍິນແຈກ 3 ແລະ ໂຮງງານໄຟຟ້າ ເຊີນແຈກ 4 ຢູ່ແຂວງ ດົ່ງນາຍ.

Top