• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ອາເມລິກາ ແລະ ສິງກະໂປ

      ຕອນບ່າຍວັນທີ 18 ມັງກອນ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບອະດີດລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ທ່ານອະດີດລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry (ພາບ: VGP)
      ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງທ່ານ John Kerry, ທ່ານເປັນເພື່ອນມິດຜູ້ຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມ, ໄດ້ຕັ້ງໜ້າປະກອບສ່ວນຈົນສຸດຄວາມສາມາດຂອງຕົນເຂົ້າໃນການພົວພັນລະຫວ່າງ 2 ປະເທດ ພວມພັດທະນາອັນດີງາມທີ່ສຸດໃນໄລຍະຜ່ານມາ. ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ອາເມລິກາ ທຳມາຫາກິນປະສົບຜົນສຳເລັດຢູ່ ຫວຽດນາມ.
        ສ່ວນທ່ານອະດີດລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ໄດ້ສະແດງຄວາມປາດຖະໜາຢາກພ້ອມກັບຄູ່ຮ່ວມມື ຫວຽດນາມ ສ້າງການຮ່ວມທຸລະກິດຢູ່ ຫວຽດນາມ ເພື່ອກໍ່ສ້າງຕາຂ່າຍໄຟຟ້າຮັບໃຊ້ແຫຼ່ງພະລັງງານໄຟຟ້າໃຊ້ແຮງລົມຂະໜາດໃຫຍ່.
        ແລະກໍ່ໃນຕອນບ່າຍວັນທີ 18 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານປະທານສະຫະພັນປຸງແຕ່ງປະດິດສ້າງ ສິງກະໂປ Douglas Foo. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມເຊີຍທ່ານ Douglas Foo ໄດ້ມາ ປຶກສາຫາລືບັນດາບັນຫາສຳຄັນກ່ຽວກັບການປ່ຽນແປງໃໝ່ການປະດິດຄິດສ້າງ, ສັງກະລາດດີຈີຕອນ ຢູ່ ຫວຽດນາມ ແລະ ສິງກະໂປ ມີບົດຮຽນຫລາຍຢ່າງໃນຂົງເຂດນີ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງ ສິງກະໂປ ທີ່ມີດັດຊະນີປ່ຽນແປງໃໝ່ການປະດິດຄິດສ້າງ ແລະ ສະມັດຕະພາບແຮງງານສູງທີ່ສຸດ ພ້ອມທັງສະແດງຄວາມປາດຖະໜາຢາກຮ່ວມມືຢ່າງແຮງກັບ ສິງກະໂປ ໃນຂົງເຂດນີ້.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top