• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຖືເປັນສໍາຄັນບົດບາດ ແລະ ການພົວພັນກັບ ສປຊ

ຕອນບ່າຍວັນທີ 24 ຕຸລາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະກັບຄະນະຫົວໜ້າຜູ້ຕາງໜ້າບັນດາອົງການ ສປຊ ປະຈໍາຫວຽດນາມ ໂດຍທ່ານ Kamal Malhotra ຜູ້ປະສານງານ ສປຊ ປະຈໍາຫວຽດນາມນໍາໜ້າ.
 
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບ ທ່ານ Kamal Malhotra ຜູ້ປະສານງານ ສປຊ ປະຈໍາຫວຽດນາມນໍາໜ້າ (ພາບ:TTXVN)
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຊົມເຊີຍບັນດາຫົວໜ້າຜູ້ຕາງໜ້າ, ພະນັກງານ, ພາລະກອນ ສປຊ ເນື່່ອງໃນໂອກາດສະເຫຼີມສະຫຼອງ ວັນ ສປຊ 24 ຕຸລາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ ໃນໄລຍະຈະມາເຖິງ ສອງຝ່າຍ ຈະປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ບັນດາຂໍ້ຕົກລົງ, ຄໍາໝັ້ນສັນຍາທົ່ວໂລກ ໃຫ້ບັນລຸຜົນສໍາເລັດ ພ້ອມທັງແກ້ໄຂບັນດາບັນຫາໃໝ່ ຄື ການຮັບມື ແລະ ປັບຕົວ ໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາ, ນໍາໃຊ້ແຫຼ່ງນໍ້າ ຢູ່ແມ່ນໍ້າຂອງແບບຍືນຍົງ. ສ່ວນທ່ານ Kamal Malhotra ໄດ້ຕີລາຄາສູງ ຫວຽດນາມແມ່ນໜຶ່ງໃນບັນດາປະເທດນໍາໜ້າໃນການປະຕິບັດໂຄງການດໍາເນີນງານ ປີ 2030 ກ່ຽວກັບການພັດທະນາແບບຍືນຍົງ. ທ່ານໃຫ້ຄໍາໝັ້ນສັນຍາວ່າ ຈະພ້ອມກັບບັນດາອົງການ ສປຊ ປະຈໍາຫວຽດນາມ ຊຸກຍູ້ການຮ່ວມມື, ປະກອບສ່ວນເຂົ້າໃນການພັດທະນາຂອງຫວຽດນາມ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top