• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຕັ້ງໜ້າຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ແລະ ບັນດາປະເທດ ອາເມລິກາໃຕ້

ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ເຂົ້າ​ຮ່ວມ​​ການ​ສະ​ຫລຸບ
(ພາ​ບ:Diu Hương/Vietnam+)
      ວັນ​ທີ 27/3, ທີ່​ການ​ສະ​ຫລຸບ​ການ​ເຄື່ອນ​ໄຫວ​ປີ​ອາ​ຍຸ​ການ​ປະ​ທານ​​ສະ​ມາ​ຄົມປະ​ຊາ​ຊາດ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ຢູ່​​ອາກ​ຊັນ​ຕິນ ໂດຍ ຫວຽດ​ນາມ ຮັບ​ຜິດ​ຊອບ, ເອກ​ອັກ​ຄະ​ລັດ​ຖະ​ທູດ 5 ປະ​ເທດ​ສະ​ມາ​ຊິກ​ຂອງ​ກຸ່ມ​ທີ່​ປະ​ຈຳ​ຢູ່ Buenos Aires ​ໄດ້ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ຊຸກ​ຍູ​້​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ປະ​ຈຳ​ຖິ່ນ​ກ່​ວາ​ອີກ. ຜູ້​ຕາງ​ໜ້າ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ຊຽນ ຕີ​ລາ​ຄາ​ສູງ​ຄວາ​ມາ​ນະ​ພະ​ຍາ​ຍາມ​ຂອງ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ດິ່ງ​ທາວ ໃນ​ປີ​ຜ່ານ​ມາ, ດ້ວຍ​ຖາ​ນະ​ແມ່ນ​ປະ​ທານ​ໝູນ​ວຽນ​ຂອງ​ກຸ່ມ, ໄດ້​ເພີ່ມ​ທະ​ວີ​ແລກ​ປ່ຽນ​ການ​ຮ່ວມ​ມື​ລະ​ຫວ່າງປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ກໍ່​ຄື​ລະ​ຫວ່າງ​ບັນ​ດາ​ປະ​ເທດ ອາ​ຊຽນ ກັບ ອາກ​ຊັນ​ຕິນ. ສະ​ຖານ​ທູດ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ, ເຜີຍ​ແຜ່​ລວມ​ລະ​ຫວ່າງ​ບັນ​ດາ​ປະ​ເທດ ອາ​ຊຽນ ກ່ຽວ​ກັບ​ບົດ​ບາດ, ຄວ​າມ​ສາ​ມາດ​ບົ່ມ​ຊ້ອນ​ດ້​ານເສດ​ຖະ​ກິດ, ​ການ​ຄ້າ, ການ​ທ​່ອງ​ທ່ຽວ ອາກ​ຊັນ​ຕິນ  ແລະ ປາ​ຣາກວາຍ. ຄຽງ​ຂ້າງນັ້ນ, ຫຼາຍກອງ​ປະ​ຊຸມ​ສຳ​ມະ​ນາ, ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ກິ​ລາ, ວັນ​ຄອບ​ຄົວ ອາ​ຊຽນ ກໍ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ໂດຍສ​ະ​ຖ​ານ​ທູ​ດ ຫວຽດ​ນາມ, ພິ​ເສດ​ແມ່ນ​ພິ​ທີ​ສະ​ເຫຼີມ​ສະຫຼອງ 50 ປີ​​ແຫ່ງວັນສ້າງ​ຕັ້ງ ອາ​ຊຽນ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top