• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະໜັບສະໜູນການຮ່ວມມື ອາຊຽນ - ຈີນ

      ຕອນເຊົ້າວັນທີ 12 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ພ້ອມກັບ ທ່ານຮອງນາຍົກລັດຖະມົນຕີ ຈີນ ຈາງກາວລີ່ ແລະ ການນຳບັນດາປະເທດອາຊຽນ ເຂົ້າຮ່ວມພິທີເປີດຕະຫຼາດນັດ ຈີນ - ອາຊຽນ (CAEXPO) ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນ ຈີນ - ອາຊຽນ (CABIS) ຄັ້ງທີ 14 ຢູ່ນະຄອນນານໜິງ, ກວາງຊີ, ສປ ຈີນ. 

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ພ້ອມກັບ ທ່ານຮອງນາຍົກລັດຖະມົນຕີ ຈີນ ຈາງກາວລີ່ (ພາບ: VGP)
      ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮວ່າບິ່ງ ໄດ້ຢັ້ງຢືນວ່າ ຕະຫຼາດນັດ ແລະ ກອງປະຊຸມຄັ້ງຕ່າງໆໄດ້ປະກອບສ່ວນສຳຄັນເຂົ້າໃນວຽກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ອາຊຽນ ແລະ ຈີນ ໃຫ້ພັດທະນາເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຕັ້ງໜ້າເຂົ້າຮ່ວມບັນດາງານຕະຫຼາດນັດ. ປີນີ້, ຫວຽດນາມສືບຕໍ່ເຂົ້າຮ່ວມງານຕະຫຼາດນັດດ້ວຍຮ້ານວາງສະແດງກວ່າ 250 ຮ້ານ ແລະ ຕະຫຼອດ 12 ປີ ແມ່ນ ປະເທດ ມີຫຼາຍຮ້ານວາງສະແດງທີ່ສຸດໃນຈຳນວນບັນດາປະເທດ ອາຊຽນ.
      ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮວ່າບິ່ງ ແນະນຳວ່າ ຄວາມສາມາດບົ່ມຊ້ອນກໍ່ຄືການຕັດສິນໃຈຂອງ ຫວຽດນາມ ໃນການເປັນເຈົ້າການ, ເຊື່ອມໂຍງເຂົ້າກັບສາກົນ, ປະກອບສ່ວນຢ່າງມີຄວາມຮັບຜິດຊອບກ່ຽວກັບບັນດາບັນຫາລວມຂອງພາກພື້ນ ແລະ ສາກົນ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະໜັບສະໜູນການຮ່ວມມື ອາຊຽນ - ຈີນ; ພ້ອມແລ້ວທີ່ຈະເສີມຂະຫຍາຍບົດບາດຂົວຕໍ່ລະຫວ່າງປະຊາຄົມເສດຖະກິດອາຊຽນ ແລະ ຈີນ, ພ້ອມກັບບັນດາປະເທດ ອາຊຽນ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດໃຫ້ມີຄວາມເຂັ້ມແຂງ, ຮັກສາສັນຕິພາບ, ສະຖຽນລະພາບ, ແກ້ໄຂຄວາມແຕກຕ່າງເພື່ອຜົນປະໂຫຍດຂອງບັນດາຝ່າຍ, ປະກອບສ່ວນຢ່າງຕັ້ງໜ້າເພື່ອສັນຕິພາບ, ການຮ່ວມມື, ການພັດທະນາ ແລະ ຄວາມວັດທະນະຖາວອນລວມຂອງພາກພື້ນ.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top