• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ກ່າວປະນາມຢ່າງແຮງເຫດບຸກໂຈມຕີກໍ່ການຮ້າຍຢູ່ Manchester, ອັງກິດ

      ຫວຽດນາມ ສະແດງຄວາມເສົ້າສະຫຼົດໃຈເຖິງລັດຖະບານ, ປະຊາຊົນ ລາຊະອານາຈັກ ອັງກິດ ແລະ ໄອແລນເໜືອ ພ້ອມກັບຄອບຄົວຜູ້ປະສົບເຄາະຮ້າຍ.

ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ 
      ວັນທີ 23 ພຶດສະພາ, ເມື່ອໄດ້ຮັບຂ່າວກ່ຽວກັບເຫດບຸກໂຈມຕີກໍ່ການຮ້າຍເກີດຂຶ້ນໃນວັນທີ 22 ພຶດສະພາ ຢູ່ນະຄອນ Manchester, ປະເທດ ອັງກິດ, ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຖືກຮັບບາດເຈັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສົ່ງສານສະແດງຄວາມເສົ້າສະຫຼົດໃຈໄປຍັງທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ອັງກິດ ແລະ ໄອແລນເໜືອ Theresa May.
          ແລະກໍ່ໃນວັນດຽວກັນ, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ:
“ຫວຽດນາມ ສະແດງຄວາມເສົ້າສະຫຼົດໃຈເຖິງລັດຖະບານ, ປະຊາຊົນ ລາຊະອານາຈັກ ອັງກິດ ແລະ ໄອແລນເໜືອ ພ້ອມກັບຄອບຄົວຜູ້ປະສົບເຄາະຮ້າຍ. ຫວຽດນາມ ກ່າວປະນາມຢ່າງແຮງທຸກການກະທຳກໍ່ການຮ້າຍ ແລະ ຖືວ່າທຸກໆການກະທຳເຫຼົ່ານັ້ນຕ້ອງຖືກປັບໄໝ, ລົງໂທດຢ່າງເຂັ້ມງວດ. ”
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ກາ​ນາ​ດາ ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ ແລະ ກາ​ນາ​ດາ ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ ແລະ ກາ​ນາ​ດາ​ ໄດ້​ຕັດ​ສິນ​ໃຈ​ຍົກ​ລະ​ດັບ​ກາ​ນ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ເປັນຂີດໝາຍບາດ​ກ້າວ​ພັດ​ທະ​ນາ​ສຳ​ຄັນ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ​ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ປີ 1973.

Top