• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມແລະອົດສະຕາລີຍູ້ແຮງການຮ່ວມມືດ້ານເສດຖະກິດ-ການຄ້າ

      ວັນທີ 24 ຕຸລາ, ທີ່ການຕ້ອນຮັບທ່ານ Craig Chittick, ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ: ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດຫວຽດນາມ ແລະ ອົດສະຕາລີ ໃຫ້ຂຶ້ນສູ່ລະດັບສູງໃຫມ່.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບທ່ານ Craig Chittick, ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳຫວຽດນາມ
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະຫນາວ່າ: ຢາກມີການພົບປະກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ ໃນໂອກາດທ່ານເຂົ້າຮ່ວມສັບປະດາຂັ້ນສູງ APEC 2017 ຢູ່ ດາຫນັງ, ພ້ອມທັງຫວັງວ່າ ຜ່ານການເຈລະຈາກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ  Malcomm Turnbull ສອງຝ່າຍຈະເປັນເອກະພາບກັນຫລາຍເນື້ອໃນຮ່ວມມື ປະກອບສ່ວນຍົກການພົວພັນລະຫວ່າງຫວຽດນາມ ແລະ ອົດສະຕາລີ ໃຫ້ຂຶ້ນສູ່ລະດັບສູງໃຫມ່. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ສອງຝ່າຍຄວນຍູ້ແຮງການຮ່ວມມືທາງດ້ານເສດຖະກິດ, ການຄ້າລະຫວ່າງສອງປະເທດກວ່າອີກ. ສ່ວນທ່ານ Craig Chittick ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳຫວຽດນາມ ໃຫ້ຮູ້ວ່າ: ອົດສະຕາລີ ຍາມໃດກໍ່ພ້ອມແລ້ວຊຸກຍູ້ການຮ່ວມມືຫລາຍຝ່າຍກ່ຽວກັບດ້ານເສດຖະກິດ, ຊຸກຍູ້ສະພາບແວດລ້ອມເສລີ, ເປີດປະຕູ. ຕາມທ່ານ Craig Chittick ແລ້ວ, ມີວິສາຫະກິດ 15 ແຫ່ງທີ່ດຳເນີນທຸລະກິດປະສົບຜົນສຳເລັດ ແລະ ໃຫຍ່ສຸດ ຢູ່ ອົດສະຕາລີ ຈະເຂົ້າຮ່ວມກອງປະຊຸມສຸດຍອດບັນດາຜູ້ອຳນວຍການໃຫຍ່ວິສາຫະກິດ APEC (APEC CEO Summit) ດຳເນີນຢູ່ ນະຄອນ ດາຫນັງ. ທ່ານ Craig Chittick  ຢືນຢັນວ່າ: ທ່ານເອງ ຈະມາພະຍາຍາມຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງສອງປະເທດ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top