• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເພີ່ມທະວີການຮ່ວມມືກັບ Interpol ໃນການຕໍ່ສູ້ຕ້ານອາດຊະຍາກຳຂ້າມຊາດ

ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ​ກະ​ຊວງ​ຕຳ​ຫຼວດ​ຫວຽດ​ນາມ​ ເຮັດ​ວຽກ​ຢູ່
​ສຳ​ນັກ​ງານ​ໃຫຍ່​ຂອງ​ຄະ​ນະ​ເລ​ຂາ​ທິ​ການ​ໃຫຍ່ Interpol
(ພາບ: TTXVN)
          ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ຕຳ​ຫຼ​ວ​ດ​ອາ​ຍາ​ສາ​ກົນ Interpol, ທ່ານ Jurgen Stock, ວັນ​ທີ 16/12, ທ່ານ​ພົນ​ໂທ ຫງວຽນ​ວັນ​ແທ່ງ, ກຳ​ມະ​ການ​ສູນ​ກາງ​ພັກ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳ​ຫຼວດ, ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ​ກະ​ຊວງ​ຕຳ​ຫຼວດ​ຫວຽດ​ນາມ​ ໄປ​ຢ້​ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ສຳ​ນັກ​ງານ​ໃຫຍ່​ຂອງ​ຄະ​ນະ​ເລ​ຂາ​ທິ​ການ​ໃຫຍ່ Interpol, ຢູ່​ນະ​ຄອນ Lyon, ສ.ຝ​ລັ່ງ. ການ​ໄປ​ປະ​ຕິ​ບັດ​ງານ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຂັ້ນ​ສູງ​ກັບ​ຄະ​ນະ​ເລ​ຂາ​ທິ​ການ​ໃຫຍ່ Interpol, ຜ່ານນັ້ນ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ສົມ​ທົບ​ກັນ, ແລກ​ປ່ຽນ​ຂ​ໍ້​ມູນ​ຂ່າວ​ອາດ​ຊະ​ຍາ​ກຳ, ພ້ອ​ມ​ທັງ​ຍູ້​ແຮງ​ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາ​ດ​ລະ​ຫວ່າງ​ຫວຽດ​ນາມ ກັບ​ອົງ​ການ​ Interpol ກ​ໍ​ຄື​ກັບ​ບັນ​ດາ​ປະ​ເທ​ດ​ສະ​ມາ​ຊິກ​ຂອງ Interpol. ນີ້​ແມ່ນ​ການ​ຢ້ຽມ​ຢາມ​ສຳ​ນັກ​ງານ Interpol ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ຂອງ​ການ​ນຳ​ກະ​ຊວງ​ຕຳ​ຫຼວດ​ຫວຽດ​ນາມ ນັບ​ແຕ່​ເມື່ອ​ຫວຽດ​ນ​າມ ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ອົງ​ການນີ້ ເມື່ອ​ປີ 1991. ທີ່​ການ​ເຮັດ​ວຽກ, 2 ຝ່າຍ​ໄດ້​ເປັນ​ເອ​ກະ​ພາບ​ນຳ​ກັນ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຈະ​ເພີ່ມ​ທະ​ວີ​ການ​ຮັັບ, ແກ້​ໄຂ, ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ດ້ານ​ອາດ​ຊະ​ຍາ​ກຳ​ທີ່​ມີ​ການ​ຈັດ​ຕັ້ງ​ຂ້າມ​ຊາດ, ອາດ​ຊະ​ຍາ​ກຳ​ມີ​ປັດ​ໃຈ​ຕ່າງ​ປະ​ເທດ. Interpol ສືບ​ຕໍ່​ໜູນ​ຊ່ວຍ​ການ​ບຳ​ລຸງ​ສ້າງ, ເພີ່ມ​ທະ​ວີ​ກຳ​ລັງ​ໃຫ້​ຖັນ​ແຖວ​ພະ​ນັກ​ງານ​ບັນ​ດາ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ, ເພື່ອ​ແນ​ໃສ່​ຊ່ວຍ​ຫວຽດ​ນາມ ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ດ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top