• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເປັນເຈົ້າການ, ຕັ້ງໜ້າ, ປະກອບສ່ວນຢ່າງມີຄວາມຮັບຜິດຊອບໃຫ້ແກ່ອາຊຽນ

      ກອງປະຊຸມຄັ້ງນີ້ແມ່ນໂອກາດເພື່ອໃຫ້້ ຫວຽດນາມ ສືບຕໍ່ຢືນຢັນແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າໂຕເອງ, ຫັນເປັນຫຼາຍຮູບແບບ ແລະ ຫຼາຍຝ່າຍ, ເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະ ເລິກເຊີ່ງກ້ວາງຂວາງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈີງ
(ພາບ: VGP)
      ໂດຍໄດ້ຮັບຄຳເຊີ່ນຂອງ ກະສັດ ບຣຸໄນ Hansanal Bolkiah, ປະທານອາຊຽນປີ 2021, ໃນລະຫວ່າງວັນທີ 26 ຫາ 28 ຕຸລາ ປີ 2021, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈີງ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 38 ແລະ 39 ແລະ ກອງປະຊຸມຂັ້ນສູງ ອາຊຽນ ກັບບັນດາຄູ່ຮ່ວມມື, ກອງປະຊຸມຂັ້ນສູງແມ່ຂອງ - ສ. ເກົາຫຼີ ຄັ້ງທີ 3 ທາງອອນລາຍ.
      ກອງປະຊຸມຄັ້ງນີ້ແມ່ນໂອກາດເພື່ອໃຫ້້ ຫວຽດນາມ ສືບຕໍ່ຢືນຢັນແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບແບບ ແລະ ຫຼາຍຝ່າຍ, ເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະ ເລິກເຊີ່ງກ້ວາງຂວາງ. ເສີມຂະຫຍາຍໝາກຜົນອັນດີງາມຂອງອາຍຸການເປັນປະທານ ອາຊຽນ 2020, ຫວຽດນາມ ສືບຕໍ່ເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ, ປະກອບສ່ວນໂດຍມີຄວາມຮັບຜິດຊອບເຂົ້າໃນວຽກງານລວມຂອງອາຊຽນ, ສົມທົບກັບປະທານ ບຣຸໄນ ຊຸກຍູ້ຂໍ້ບຸລິມະສິດຕ່າງໆຂອງ ຫວຽດນາມ ໃນປີອາຊຽນ 2020 ຕິດພັນກັບບັນດາຂໍ້ບຸລິມະສິດຂອງປີ 2021, ໂດຍສະເພາະແມ່ນການຮັບມືກັບ      ໂລກລະບາດໂຄວິດ-19; ຊຸກຍູ້ບົດບາດຂອງ ອາຊຽນ ໃນການຮ່ວມມືອະນຸພາກພື້ນ…
      ຄາດວ່າ, ກອງປະຊຸມຂັ້ນສູງຄັ້ງນີ້ຈະປະກາດເອກະສານ 10 ສະບັບ , ຮັບຮອງເອົາເອກະສານ 25 ສະບັບ, ຮັບຮອງເອົາເອກະສານ 66 ສະບັບລວມມີ: ຖະແຫຼງການ, ຍຸດທະສາດ, ກອບການຮ່ວມມື, ແຜນການກະທຳ, ບົດລາຍງານ, ເອກະສານວິໄສທັດ... ໃນຫຼາຍຂົງເຂດຕ່າງໆໃນ3ເສົາຄ້ຳການຮ່ວມມືຂອງ ອາຊຽນ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top