• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເຂົ້າຮ່ວມການຊ້ອມຮົບທາງທະເລລະຫວ່າງ ອາຊຽນ - ອາເມລິກາ ຢູ່ ໄທ

      ບັນດາເຈົ້າໜ້າທີ່ກອງທັບເຮືອຫວັງວ່າ ການຊ້ອມຮົບຈະຊ່ວຍເພີ່ມທະວີການຮ່ວມມືດ້ານກອງທັບເຮືອລະຫວ່າງ ອາເມລິກາ ແລະ ອາຊຽນ, ໃນນັ້ນ ມີການແລກປ່ຽນຂໍ້ມູນຂ່າວສານເພື່ອແນໃສ່ປ້ອງກັນເຂດອາຊີຕາເວັນອອກສ່ຽງໃຕ້ເພື່ອຫຼີກລ້ຽງຈາກບັນດາການນາບຂູ່ຢູ່ທະເລ.

ພິທີໄຂ ການຊ້ອມຮົບທາງທະເລລະຫວ່າງ ອາຊຽນ - ອາເມລິກາ
      ວັນທີ 2 ກັນຍາ, ຢູ່ຖານທີ່ໝັ້ນກອງທັບເຮືອ ສັດຕະຫີບ ໄທ, ພິທີໄຂການຊ້ອມຮົບທາງທະເລຮ່ວມຄັ້ງທຳອິດລະຫວ່າງ ກອງທັບເຮືອອາເມລິກາ ແລະ ກອງທັບເຮືອ ອາຊຽນ (AUMX) ໄດ້ດຳເນີນໄປພາຍໃຕ້ການເປັນປະທານຂອງທ່ານພົນເຮືອໂທໄທ ຈະເລິນ ພົນຄຸ້ມຣາສີ ແລະ ທ່ານ ພົນເຮືອຕີ ອາເມລິກາKenneth Whitesell, ຮອງຜູ້ບັນຊາການກອງທັບເຮືອປະຈຳ ປາຊີຟິກ
        ການຊ້ອມຮົບທາງທະເລລະຫວ່າງ ອາຊຽນ - ອາເມລິກາ ໄດ້ດຳເນີນລະຫວ່າງ ວັນທີ 2 – 6 ກັນຍາ ຢູ່ເຂດທະເລອ່າວໄທ ແລະ ຢູ່ເຂດທະເລແຫຼມກ່າເໝົາ, ຫວຽດນາມ, ດ້ວຍຫົວຂໍ້ວ່າ: “ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ກຳລັງຄວາມສາມາດໃນການສູ້ຮົບທາງທະເລແບບປະສົມ” ເພື່ອແນໃສ່ຊຸກຍູ້ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ, ຄວາມເສລີການເດີນເຮືອ, ການບິນ ແລະ ບັນດາການເຄື່ອນໄຫວການຄ້າທີ່ບໍ່ຖືກສະກັດກັ້ນຕາມຫຼັກການທີ່ ສາກົນໄດ້ຮັບຮອງເອົາ. ທຸກໆປະເທດສະມາຊິກຂອງອາຊຽນ, ໃນນັ້ນມີ ຫວຽດນາມ ລ້ວນແຕ່ສົ່ງກຳລັງເຂົ້າຮ່ວມການຊ້ອມຮົບດັ່ງກ່າວ. ບັນດາເຈົ້າໜ້າທີ່ກອງທັບເຮືອຫວັງວ່າ ການຊ້ອມຮົບຈະຊ່ວຍເພີ່ມທະວີການຮ່ວມມືດ້ານກອງທັບເຮືອລະຫວ່າງ ອາເມລິກາ ແລະ ອາຊຽນ, ໃນນັ້ນ ມີການແລກປ່ຽນຂໍ້ມູນຂ່າວສານເພື່ອແນໃສ່ປ້ອງກັນເຂດອາຊີຕາເວັນອອກສ່ຽງໃຕ້ເພື່ອຫຼີກລ້ຽງຈາກບັນດາການນາບຂູ່ຢູ່ທະເລ.
 (ແຫຼ່ງຄັດຈາກ VOV)

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວູ​ຫ໋າຍກວນ ໃຫ້​ຮູ້​ວ່າ ຫົວ​ຂໍ້ “ພັດ​ທະ​ນາ​ການ​ເຊື່ອມ​ຕໍ່​ແບບ​ອັດ​ສະ​ລິ​ຍະ, ຄຸ້ມ​ຄອງ AI, ສ້າງ​ສັນ​ການ​ຫັນ​ເປັນ​ AI” ສ່ອງ​ແສງ​ສາມ​ບຸ​ລິ​ມະ​ສິດ​ທີ່​ມີ​ການ​ເຊື່ອມ​ຕໍ່​ ນຳ​ກັນ ຢ່າງ​ແໜ້ນ​ແຟ້ນ.

Top