• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເຂົ້າຮ່ວມງານບຸນທະເລຄັ້ງທີ 5 ຢູ່ກຳປູເຈຍ


(ພາບປະກອບ/Angkor Transport Services)

      ຫວຽດນາມ​ ເຂົ້າ​ຮ່ວມ​ງານ​ບຸນ​ທະ​ເລ​ຄັ້ງ​ທີ 5 ​ຢູ່ ກຳ​ປູ​ເຈຍ ດ້ວຍ​ຫົວ​ຂໍ້ “ນະ​ຄອນ​ຂຽວ - ຫາດ​ຊາຍ​ທະ​ເລ​ສວຍ​ງາມ - ນ້ຳ​ທະ​ເລຂຽວ ​ແລະ ​ເຢັນ” ງານ​ບຸນທ​ະ​ເລ​ຄັ້ງ​ທີ 5 ປີ 2016 ຂອງ​ກຳປູ​ເຈຍ ດຳ​ເນີນ​ຢູ່​ແຂວງ Preah Sihanouk ​ໃນ​ລະຫວ່າງ​ວັນ​ທີ 23 – 25/12. ງານ​ບຸນ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ປະ​ເທດຄື: ຫວຽດນາມ, ​ໄທ, ຈີນ, ອິນ​ເດຍ ​ແລະ ອິນ​ໂດ​ເນ​ເຊຍ. ຄະນະ ຫວຽດນາມ ມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າ​ງຄື: ວາງສະ​ແດງ​ແນະນຳສິນຄ້າ ຫວຽດນາມ, ງານ​ວາງສະ​ແດງ​ອາຫານການ​ກິນ, ສະ​ແດງ​ສິລະ​ປະ​ທີ່​ເຂັ້ມຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​ຊາດ ຫວຽດນາມ, ປະກອບສ່ວນ​ໂຄສະນາ​ຮູບ​ພາບ, ປະ​ເທດ ​ແລະ ປະຊາຊົນ ຫວຽດນາມ ​ເຖິງ​ແຂກ​ທ່ອງ​ທ່ຽວ​ສາກົນ ​ແລະ ກຳປູ​ເຈຍ ​​ໃນ​ໂອກາດງານ​ບຸນ. ງານ​ບຸນ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ກິລາ​ລວມມີ: ຊ່ວງ​ເຮືອ, ​ແລ່ນ, ​ເຕະບານ​ບົນ​ຫາດ​ຊາຍ​ທະ​ເລ, ​ແຂ່ງ​ຂັນ​ຕີມວຍ​ພື້ນ​ເມືອງ, Teakwondo…
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top