• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເຂົ້າຮ່ວມງານບຸນອາຫານຕາມທ້ອງຖະໜົນໃຫຍ່ສຸດຢູ່ເຊັກໂກ

(ຫວຽດນາມເຂົ້າຮ່ວມງານບຸນອາຫານຕາມທ້ອງຖະໜົນໃຫຍ່ສຸດຢູ່ເຊັກໂກ)
      ອາຫານ​ພື້ນ​ເມືອງ​ນັບ​ຮ້ອຍ​ເຍື່ອງ​ຂອງ 30 ປະ​ເທດ​ໃນ​ໂລກ, ​ໃນ​ນັ້ນ​ມີ ຫວຽດນາມ ​ແມ່ນໄດ້​ແນະນຳ​ເຖິງ​ປະຊາຊົນ ສ.​ເຊັກ​ໂກ ​ແລະ ​ແຂ​ກທ່ອງ​ທ່ຽວ​ສາກົນ ຢູ່​ງານ​ບຸນອາຫານ​ຕາມ​ທ້ອງ​ຖະໜົນ​​ໃຫຍ່​ສຸດ ສ.​ເຊັກ​ໂກ ​ໃນ​ວັນ​ທີ 16/04 ຢູ່​ນະຄອນຫລວງ Praha. ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ບຸນ​ດ້ວຍ​ບັນດາ​ເຍື່ອງ​ອາຫານ​ພື້ນ​ເມືອງ​ຄື: ​ເຂົ້າ​ປຸ້ນ, ​ເຟີ, ​ເຂົ້າໜົມ​ຈື່​ນ, ຊາ...​ທ່ານ​ນາງ Monika Kanakova ຜູ້ຕາງໜ້າ​ຄະນະ​ຈັດ​ຕັ້ງ​ງານ​ບຸນ​ໃຫ້​ຮູ້​ວ່າ:
        “​ຂ້າພະ​ເຈົ້າ​​ເຄີຍ​ໄດ້​ກີ​ນ​ ​ແລະ ມັກ​​ບັນດາເຍື່ອງ​ອາຫານ​ຂອງ ຫວຽດນາມ ທີ່​ສຸດ, ຂ້າພະ​ເຈົ້າ ຄາດ​ຄະ​ເນ​ວ່າ ໃນ​ການ​ຈັດ​ຕັ້ງ​ງານ​ບຸນ​ຄັ້ງ​ຕໍ່​ໄປ ຈະ​ສະຫງວນ 10 – 15 ຮ້ານ ​ເພື່ອ​ແນະນຳ​ບັນ​ດາ​ເຍື່ອງ​ອາຫານ ຫວຽດນາມ ​. ຊາວ ​ເຊັກ​ໂກ ​ໄດ້​ຮູ້​ຈັກ​ອາຫານບາງ​ເຍື່ອງ​ຂອງ ຫວຽດນາມ ​ແລະ ​ເຂົາ​ເຈົ້າ ຢາກຮັບ​ປະທານ​ອາຫານ​ ຫວຽດນາມ ຫລາຍ​ເຍື່ອງ​ອີກ”
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top