• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຮັບດຳລົງຕຳແໜ່ງເປັນປະທານໝູນວຽນສະມາຄົມການແພດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ອາຍຸການ 2018 – 2020

      ຕອນບ່າຍວັນທີ 03 ພຶດສະພາ, ຢູ່ຮ່າໂນ້ຍ, ສະມາຄົມໃຫຍ່ການແພດຫວຽດນາມ ໄດ້ສົມທົບກັບບັນດາສະມາຄົມການແພດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຈັດກອງປະຊຸມການແພດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 18 ດ້ວຍຫົວຂໍ້ວ່າ “ມອບສິດຊົດເຊີຍປະກັນໄພ ແລະ ເລື່ອງຈົດທະບຽນໃບຢັ້ງຢືນປະຕິບັດອາຊີບໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້”.

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
(ພາບ: TTXVN)
      ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາສະມາຄົມການແພດບັນດາປະເທດອາຊຽນ ແລກປ່ຽນ, ພົບປະແລກປ່ຽນ, ແບ່ງປັນບົດຮຽນໃນການເຄື່ອນໄຫວ.
      ທີ່ກອງປະຊຸມ, ທ່ານນາງປະທານສະມາຄົມໃຫຍ່ການແພດຫວຽດນາມ ຫງວຽນທິຊວຽນ ໄດ້ຮັບດຳລົງຕຳແໜ່ງເປັນປະທານໝູນວຽນສະມາຄົມການແພດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ອາຍຸການ 2018 – 2020.
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢືນຢັນວ່າ, ລັດຖະບານຫວຽດນາມ ຍາມໃດກໍ່ຕີລາຄາສູງ ແລະ ເຄົາລົບບັນດາຄວາມມານະພະຍາຍາມຂອງແພດ, ໝໍຫວຽດນາມ ລຸ້ນຕ່າງໆ; ຍາມໃດກໍ່ຖືສະມາຄົມໃຫຍ່ການແພດຫວຽດນາມ ແມ່ນອົງການຈັດຕັ້ງສຳຄັນພິເສດ. ທ່ານຮອງນາຍົກລັດຖະມົນຕີປາດຖະໜາວ່າ, ສະມາຄົມໃຫຍ່ການແພດຫວຽດນາມ ສືບຕໍ່ສືມຂະຫຍາຍບົດບາດຂອງຕົນໃນການປະກອບສ່ວນເຂົ້າໃນການເຄື່ອນໄຫວຂອງສະມາຄົມການແພດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ກວ່າອີກ ແລະ ພ້ອມກັບບັນດາປະເທດອາຊຽນ ປະຕິບັດບັນດາຄາດໝາຍສົ່ງເສີມສຸຂະພາບໃຫ້ແກ່ມະນຸດ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top