ຕອນເຊົ້າວັນທີ 12/5, ເມື່ອພົບປະ, ໂອ້ລົມສົນທະນາກັບການນຳ 21 ທ່ານຂອງບັນດາກຸ່ມບໍລິສັດໃຫຍ່ທີ່ຂຶ້ນກັບເວທີປາໄສເສດຖະກິດໂລກ, ເນື່ອງໃນໂອກາດດຳເນີນເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ ປີ 2017 ຢູ່ ພະນົມເປັນ, ກຳປູເຈຍ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮັບ ກະດິງ ຈາກທ່ານນາຍົກລັດຖະມົນຕີ ກຳປູເຈຍ Hunsen
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, ດ້ວຍຄວາມຕັດສິນໃຈ, ບັນດາວິສາຫະກິດຈະປະສົບຜົນສຳເລັດຢູ່ ຫວຽດນາມ.
“ຫວຽດນາມ ບໍ່ພຽງແຕ່ແມ່ນຕະຫຼາດດ້ວຍພົນລະເມືອງກວ່າ 93 ລ້ານຄົນເທົ່ານັ້ນ, ຫາກຍັງແມ່ນຕະຫຼາດຂອງ ອາຊຽນ ອີກດ້ວຍ. ພິເສດພວກຂ້າພະເຈົ້າພວມກຳມະສິດ 12 FTA ລຸ້ນໃໝ່ ແລະ ພວມປຶກສາຫາລື 4 FTA ຕື່ມອີກ ເພື່ອໃຫ້ພວກເຮົາສາມາດພັດທະນາຕະຫຼາດອັນກວ້າງໃຫຍ່ກວ່າອີກ“.
ເມື່ອເນັ້ນໜັກເຖິງບັນດາກາລະໂອກາດໃຫຍ່ໃຫ້ບັນດານັກລົງທຶນ, ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ພວມສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນ; ກໍ່ຄືໃຫ້ຄຳໝັ້ນສັນຍາປົກປ້ອງຊັບສິນທາງປັນຍາ, ສິດຊັບສິນສຳລັບບັນດານັກລົງທຶນ.
ແລະກໍ່ໃນວັນທີ 12/5, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄວາມເຫັນທີ່ວາລະປຶກສາຫາລື “ການລົງທຶນພື້ນຖານໂຄງລ່າງຢ່າງສະຫຼາດ“. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກເຖິງຄວາມສຳຄັນຂອງພື້ນຖານໂຄງລ່າງສຳລັບການພັດທະນາ, ແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອເຊື່ອມຕໍ່ເສດຖະກິດ ແລະ ແມ່ນໃຈກາງໜຶ່ງໃນການກໍ່ສ້າງປະຊາຄົມເສດຖະກິດ ອາຊຽນ.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບການນຳບາງບໍລິສັດ, ກຸ່ມບໍລິສັດໃຫຍ່ທີ່ຂຶ້ນກັບ WEF, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ພົບປະກັບປະທານຮັບຜິດຊອບພາກພື້ນອາຊີ - ປາຊີຟິກ ຂອງກຸ່ມບໍລິສັດ P&G (ອາເມລິກາ), ຜູ້ອຳນວຍການທະນາຄານ HSBC (ອັງກິດ) ແລະ ທ່ານຮອງປະທານກຸ່ມບໍລິສັດ GE (ອາເມລິກາ).
ຕອນບ່າຍວັນທີ 12/5, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມວາລະອັດກອງປະຊຸມ WEF ອາຊຽນ ແລະ ພິທີມອບຮັບບົດບາດເປັນປະເທດເຈົ້າພາບຈັດກອງປະຊຸມ WEF ອາຊຽນປີ 2018.
ຕອນຄຳ່ວັນທີ 12/5, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳໜ້າ, ໄດ້ກັບມາຮອດ ຫວຽດນາມ, ສິ້ນສຸດການເຄື່ອນໄຫວເຂົ້າຮ່ວມກອງປະຊຸມ WEF ອາຊຽນ ຄັ້ງທີ 26 ຢ່າງຈົບງາມ.

(ແຫຼ່ງຄັດຈາກ VOV)