• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມອວຍພອນວັນຊາດຂອງລາວຄົບຮອບ 43 ປີ

ວັນທີ 23 ພະຈິກ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນບ໊າຮຸ່ງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ໄປສຳນັກງານຂອງຄະນະພົວພັນຕ່າງປະເທດພັກປະຊາຊົນປະຕິວັດລາວ, ພວຍພອນວັນຊາດສປປ. ລາວ ຄົບຮອບ 43 ປີ (02 ທັນວາ 1975 – 02 ທັນວາ 2018). ທ່ານນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

(ທ່ານນາງ ສູນທອນ ໄຊຍະຈັກ ຕ້ອນຮັບທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ)

ທີ່ການຕ້ອນຮັບ, ທ່ານນາງ ສູນທອນ ໄຊຍະຈັກ ກໍ່ຢືນຢັນວ່າ, ຍາມໃດປະເທດລາວ ກໍ່ຮຽງບ່າຮຽງໄຫຼ່ພ້ອມກັບຫວຽດນາມ ບົນເສັ້ນທາງພ້ອມກັນພັດທະນາ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ໃນໂລກ. ທ່ານນາງກໍ່ໃຫ້ຮູ້ວ່າ, ແຕ່ລະເທື່ອເມື່ອປະເທດລາວ ປະສົບກັບຄວາມຫຍຸ້ງຍາກ ຫວຽດນາມ ຍາມໃດກໍ່ຢູ່ຄຽງຂ້າງລາວ, ຍາມໃດກໍ່ສະຫງວນການສະໜັບສະໜູນ, ການຊ່ວຍເຫຼືອຢ່າງທັນການ ແລະ ໃຫຍ່ຫຼວງ ແລະ ຖືວ່າ, ເລື່ອງຫວຽດນາມ ຊ່ວຍເຫຼືອລາວ ໃນການແກ້ໄຂເຫດເຂື່ອນໄຟຟ້ານ້ຳຕົກແຕກຢ່າງທັນການນັ້ນ ໄດ້ເປັນສິ່ງພິສູດໃຫ້ເຫັນຢ່າງມີຊີວິດຊີວາໃຫ້ແກ່ສາຍພົວພັນລະຫວ່າງ 2 ປະເທດລາວ ແລະ ຫວຽດນາມ ທີ່ຍາມໃດກໍ່ສະໜິດແໜ້ນ.

        ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ, ຢືນຢັນວ່າ, ສາຍພົວພັນມິດຕະພາບລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດນັ້ບມື້ນັບພັດທະນາ, ການນຳ 2 ປະເທດໄດ້ມີບັນດາການຢ້ຽມຢາມ ແລະ ເຮັດວຽກປະສົບຜົນສຳເລັດ, ບັນລຸໄດ້ຜົນງານອັນດີງາມຫຼາຍຢ່າງ, ຂໍ້ຕົກລົງໃຫຍ່ຫຼາຍສະບັບລະຫວ່າງການນຳ 2 ປະເທດໄດ້ຮັບການປະຕິບັດ ແລະ ຜັນຂະຫຍາຍຖືກຕາມແຜນການ, ໃນນັ້ນມີໂຄງການສຳຄັນຫຼານໂຄງການ.

(ແຫຼ່ງຄັດຈາກ VOV)


ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top