• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມມີຄວາມສາມາດຢ່າງພຽງພໍເພື່ອເປັນເຈົ້າພາບຈັດບັນດາເຫດການສາກົນໃຫຍ່

ສູນສື່ມວນຊົນສາກົນຮັບໃຊ້ກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2, ຢູ່ຮ່າໂນ້ຍ, ຕັ້ງຢູ່ສູນວັດທະນະທຳມິດຕະພາບ, ເມືອງ ຮ່ວານກ໊ຽມ, ຮ່າໂນ້ຍ ໄດ້ນຳເຂົ້າໃຊ້ການນັບແຕ່ວັນທີ 26 ກຸມພາ - 01 ມີນາ 2019, ໂດຍມີວັດຖຸທັນສະໄໝ, ຕອບສະໜອງໄດ້ມາດຕະຖານສາກົນ, ສູນສື່ມວນຊົນສາກົນເປີດປະຕູເຄື່ອນໄຫວຕະຫຼອດ 24/24 ຊົ່ວໂມງ ແລະ ສາມາດຕ້ອນຮັບນັກຂ່າວມາເຄື່ອນໄຫວເກືອບ 3.000 ຄົນເທື່ອໜຶ່ງ.

 

ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ

(ພາບ: VTC)

“ດ້ວຍການກະກຽມຢ່າງລອບຄອບທີ່ຖ້ວນ, ຈາກພິທີການ, ພະລາທິການ, ຄວາມສະຫງົບ, ສາທາລະນະສຸກ, ສື່ມວນຊົນ, ໄດ້ພິສູດໃຫ້ເຫັນວ່າ ຫວຽດນາມ ມີຄວາມສາມາດຢ່າງພຽງພໍເພື່ອເປັນເຈົ້າພາບຈັດບັນດາເຫດການໃຫຍ່ຂອງສາກົນ”. ນັ້ນແມ່ນຄຳຢືນຢັນຂອງທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ, ໃນວັນທີ 28 ກຸມພາ, ຢູ່ສູນສື່ມວນຊົນສາກົນ.

        ມາຮອດປະຈຸບັນ, ສູນສື່ມວນຊົນສາກົນໄດ້ຮັບໃຊ້ກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ກ້າວເຂົ້າສູ່ການເຄື່ອນໄຫວທີ 3. ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: ຜ່ານການສັງເກດ ແລະ ພ້ອມກັບການຕີລາຄາຈາກສະຖານທູດສ.ເກົາຫຼີ ປະຈຳຫວຽດນາມ, ສະຖານທູດອາເມລິກາ ປະຈຳຫວຽດນາມ ໄດ້ແບ່ງປັນຂໍ້ສັງເກດວ່າ: ສູນສື່ມວນຊົນຮັບໃຊ້ກອງປະຊຸມບັນລຸມາດຕະຖານສາກົນ, ທັນສະໄໝ ແລະ ຄົບຊຸດ, ຕອບສະໜອງການເຄື່ອນໄຫວຈຳເປັນຂອງນັກຂ່າວ.

        ເມື່ອເວົ້າເຖິງຄວາມໝາຍຂອງເລື່ອງຫວຽດນາມ ໄດ້ເລືອກເຟັ້ນເປັນສະຖານທີ່ຈັດຕັ້ງກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2, ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: ເລື່ອງຮ່າໂນ້ຍ ໄດ້ເລືອກເຟັ້ນເປັນສະຖານທີ່ຈັດກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ແມ່ນສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈສຳລັບຫວຽດນາມ, ຜ່ານນັ້ນເຫັນໄດ້ບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງຂອງຫວຽດນາມ ໃນປະຊາຄົມສາກົນ ແລະ ສຳລັບບັນດາຄູ່ຮ່ວມມື.

(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top