ບັນດານັກວິສາວະກອນຂອງສູນດາວທຽມແຫ່ງຊາດຫວຽດນາມພວມເຂົ້າຮ່ວມຊຸດຮຽນລະດັບປະລິນຍາໂທເຕັກໂນໂລຢີດາວທຽມຢູ່ຍີປຸ່ນ

ຫວຽດນາມພວມເປັນເຈົ້າທາງດ້ານເຕັກໂນໂລຢີຜະລິດດາວທຽມ
ບັນດານັກວິສາວະກອນຂອງສູນດາວທຽມແຫ່ງຊາດຫວຽດນາມພວມເຂົ້າຮ່ວມຊຸດຮຽນລະດັບປະລິນຍາໂທເຕັກໂນໂລຢີດາວທຽມຢູ່ຍີປຸ່ນ, ພ້ອມກັນນັ້ນ ກໍອອກແບບ, ຜະລິດ, ທົດລອງດາວທຽມ Micro Dragon ຊຶ່ງຢູ່ໃຕ້ການແນະນຳໂດຍກົງຂອງບັນດາສາດສະດາຈານຍີປຸ່ນ. ດາວທຽມ Micro Dragon ມີຂະໜາດ 50 x 50 x 50 cm , ມີນ້ຳໜັກປະມານ 50 ກິໂລກຣາມ. ຄາດວ່າເມື່ອປ່ອຍຂຶ້ນສູ່ວົງໂຄຈອນເມື່ອຕົ້ນປີ 2018, ດາວທຽມດັ່ງກ່າວຈະສັງເກດບໍລິເວນທະເລແຄມຝັ່ງ ແນໃສ່ຕີລາຄາຄຸນນະພາບນ້ຳ, ກຳນົດທີ່ຕັ້ງຂອງແຫຼ່ງສິນທະເລ, ຕິດຕາມການປ່ຽນແປງຂອງບັນດາປະກົດການທີ່ເກີດຂຶ້ນຢູ່ເຂດແຄມຝັ່ງທະເລເພື່ອຮັບໃຊ້ຂະແໜງລ້ຽງປູກສິນໃນນ້ຳຫວຽດນາມ…
(ແຫຼ່ງຄັດຈາກ VOV)