• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມປະຕິບັດບົດບາດຄວາມຮັບຜິດຊອບຢູ່ສະພາຄວາມໝັ້ນຄົງ ສປຊ ປີ 2020 ໃຫ້ເປັນຢ່າງດີ

      ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໃຫ້ຮູ້ວ່າ ຫວຽດນາມ ມານະພະຍາຍາມ ເພື່ອບັນລຸໄດ້ໝາກຜົນທີ່ດີທີ່ສຸດ ຂອງປະເທດຊາດຢູ່ເວທີປາໄສທົ່ວໂລກ, ປົກປັກຮັກສາໄດ້ຜົນປະໂຫຍດຄວາມໝັ້ນຄົງ, ການພັດທະນາຂອງປະເທດ, ຍົກສູງທີ່ຕັ້ງ ແລະ ອິດທິພົນຊື່ສຽງ ຂອງ ຫວຽດນາມ ແລະ ຕາມທ່ານ ດັ້ງດິ່ງກຸ໊ຍແລ້ວ, ນີ້ກໍ່ແມ່ນຂໍ້ສັງເຫດລວມຂອງ 193 ປະເທດສະມາຊິກ ສປຊ. 

ທ່ານ ດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ຢູ່ການຖະແຫຼງຂ່າວສາກົນ (ພາບ: TTXVN)
      ຫວຽດນາມປະຕິບັດບັນດາຄຳໝັ້ນສັນຍາ, ບົດບາດຄວາມຮັບຜິດຊອບຢູ່ສະພາຄວາມໝັ້ນຄົງ ສປຊ ໃຫ້ເປັນຢ່າງດີ ໃນປີທຳອິດຂອງອາຍຸການທີ 2 ໃນຖານະຕຳແໜ່ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ. ນີ້ແມ່ນຄຳຢັ້ງຢືນຂອງທ່ານ ດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໃນການໃຫ້ສຳພາດຕໍ່ນັກຂ່າວຂອງສຳນັກຂ່າວສານຫວຽດນາມ ປະຈຳ ສປຊ.
            ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໃຫ້ຮູ້ວ່າ ຫວຽດນາມ ມານະພະຍາຍາມ ເພື່ອບັນລຸໄດ້ໝາກຜົນທີ່ດີທີ່ສຸດ ຂອງປະເທດຊາດຢູ່ເວທີປາໄສທົ່ວໂລກ, ປົກປັກຮັກສາໄດ້ຜົນປະໂຫຍດຄວາມໝັ້ນຄົງ, ການພັດທະນາຂອງປະເທດ, ຍົກສູງທີ່ຕັ້ງ ແລະ ອິດທິພົນຊື່ສຽງ ຂອງ ຫວຽດນາມ ແລະ ຕາມທ່ານ ດັ້ງດິ່ງກຸ໊ຍແລ້ວ, ນີ້ກໍ່ແມ່ນຂໍ້ສັງເຫດລວມຂອງ 193 ປະເທດສະມາຊິກ ສປຊ. ພ້ອມກັບບັນດາປະເທດຕ່າງໆໃນກຸ່ມ E10 (ບັນດາປະເທດກຳມະການບໍ່ປະຈຳການຂອງ ສະພາຄວາມໝັ້ນຄົງ ສປຊ), ຫວຽດນາມຍາມໃດກໍ່ແມ່ນຂົວເຊື່ອມຕໍ່ເພື່ອຊ່ວຍໃຫ້ກຸ່ມ P5 (ບັນດາປະເທດກຳມະການປະຈຳການສະພາຄວາມໝັ້ນຄົງ ສປຊ) ສາມາດເຂົ້າໃຈກັນກ່ວາ ແລະ ຫຼຸດຜ່ອນບັນດາສະພາບການບໍ່ມີທາງອອກ, ຊັກຊ້າ, ມີປະສິດທິຜົນຕ່ຳ ຢູ່ສະພາຄວາມໝັ້ນຄົງ ສປຊ ຍ້ອນຄວາມບໍ່ລົງລອຍກັນລະຫວ່າງບັນດາປະເທດນີ້.
            ເດືອນເມສາ ປີ 2021, ຫວຽດນາມຈະຮັບດຳລົງຕຳແໜ່ງປະທານໝູນວຽນສະພາຄວາມໝັ້ນຄົງ ສປຊ ແລະ ກໍ່ແມ່ນຄັ້ງສຸດທ້າຍໃນອາຍຸການ 2020 – 2021. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຖືວ່າ ນີ້ຈະແມ່ນສິ່ງທ້າທາຍບໍ່ແມ່ນນ້ອຍ ຍ້ອນວ່າ ຫວຽດນາມ ຢາກບັນລຸໄດ້ໝາກຜົນທີ່ໃຫຍ່ກ່ວາເມື່ອທຽບໃສ່ກັບຜົນສຳເລັດຂອງເດືອນດຳລົງຕຳແໜ່ງປະທານຄັ້ງທຳອິດ ເມື່ອເດືອນ ມັງກອນປີ 2020.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top