• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຕອບສະໜອງວັນສຸຂະພາບໂລກປີ 2019

ຕອນເຊົ້າວັນທີ 7 ເມສາ, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກຫວຽດນາມສົມທົບກັບສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ແລະ ອົງການອະນາໄມໂລກ ຈັດພິທີປຸກລະດົມ ວັນສຸຂະພາບໂລກປີ 2019 - ຕອງສະໜອງລາຍການສຸຂະພາບຫວຽດນາມ  ແລະ ຍ້ອງຍໍຊົມເຊີຍທ່ານໝໍໜຸ່ມຫວຽດນາມທີ່ດີເດັ່ນຄັ້ງທີ 8.

ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນທິກິມຕ້ຽນ

ຢູ່ຫວຽດນາມ, ວັນສຸຂະພາບໂລກປີນີ້ ຖືກຈັດຂຶ້ນດ້ວຍທິດນຳ “ ເພີ່ມທະວີການເບິ່ງແຍງສຸຂະພາບຂັ້ນຕົ້ນກ້າວໄປສູ່ການເບິ່ງແຍງສຸຂະພາບທົ່ວປວງຊົນ”. ລາຍການໄດ້ຈັດໃຫ້ມີບັນດາການເຄື່ອນໄຫວ ເບິ່ງແຍງສຸຂະພາບຂັ້ນຕົ້ນ, ປຸກລະດົມຄວາມເປັນເຈົ້າການເຂົ້າຮ່ວມຂອງປະຊາຊົນ, ຂົນຂວາຍແຫຼ່ງກຳລັງສັງຄົມເພື່ອແນໃສ່ຜັນຂະຫຍາຍບັນດາການເຄື່ອນໄຫວຍົກສູງສຸຂະພາບຂອງປະຊາຊົນຫວຽດນາມ. ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນທິກິມຕ້ຽນ ໃຫ້ຮູ້ວ່າ :

    “ ໄລຍະທີ່ຜ່ານມາ, ການແພດຫວຽດນາມສາມາດຕອບສະໜອງຄວາມຕ້ອງການເບິ່ງແຍງສຸຂະພາບທີ່ຈຳເປັນຂອງປະຊາຊົນໄດ້ 80%ຈຳນວນປະຊາກອນ. ນີ້ແມ່ນຕົວເລກສູງພໍສົມຄວນສຳລັບບັນດາປະເທດໃນພາກພື້ນ. ຫວຽດນາມສາມາດຜະລິດຢາວັກຊິນຫຼາຍປະເພດໂດຍຕົນເອງໃນໂຄງການຊັກຢາເປີດກ້ວາງ, ອັດຕາເຂົ້າຮ່ວມການປະກັນສຸຂະພາບຢູ່ພາຍປະເທດບັນລຸ 87,5%, ລືນກາຍຕົວເລກຄາດໝາຍທີ່ສະພາແຫ່ງຊາດ ແລະ ລັດຖະບານວາງອອກ ”.

(ແຫຼ່ງຄັດຈາກ VOV)


ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top