• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ​ປ​ຊ ໃຫ້​ຄຳ​ໝັ້ນ​ສັນ​ຍາ ໜູນ​ຊ່ວຍ​ຫວຽດ​ນາມ ໃນວິ​ວັດແຫ່ງ​ການ​ຫັນ​ເປັນ​ເສດ​ຖະ​ກິດ​ຂຽວ

ທ່ານ ເລຂາທິການໃຫຍ່ ສປຊ ໄດ້ຕີລາຄາສູງການເຂົ້າຮ່ວມຂອງ ຫວຽດນາມ ຕໍ່ບັນດາບັນຫາສາກົນ, ໃນນັ້ນມີບັນຫາຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ເຂົ້າຮ່ວມກຳລັງຮັກສາສັນຕິພາບຢູ່ ສປຊ, ທ່ານຕີລາຄາສູງຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ COP26 ກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງສູນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. (ພາບ: TTXVN)

ຕອນຄ່ຳວັນທີ 1 ພະຈິກ (ຕາມເວລາ ຫວຽດນາມ), ໃນຂອບເຂດການໄປຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມ COP 26 ຢູ່ອັງກິດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນ, ຕີລາຄາສູງ ບົດບາດໃຈກາງຂອງ ສປຊ ແລະຫວັງຢາກ ຊຸກຍູ້ການຮ່ວມມືຢ່າງຮອບດ້ານ ກັບ ສປຊ, ທ່ານຢືນຢັນຄຳໝັ້ນສັນຍາຢ່າງແຮງ ຂອງ ຫວຽດນາມ ໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ.

ສ່ວນທ່ານ ເລຂາທິການໃຫຍ່ ສປຊ ໄດ້ຕີລາຄາສູງການເຂົ້າຮ່ວມຂອງ ຫວຽດນາມ ຕໍ່ບັນດາບັນຫາສາກົນ, ໃນນັ້ນມີບັນຫາຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ເຂົ້າຮ່ວມກຳລັງຮັກສາສັນຕິພາບຢູ່ ສປຊ, ທ່ານຕີລາຄາສູງຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ COP26 ກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງສູນ.

(ແຫຼ່ງຄັດຈາກ VOV)

ຄະນະຂົນຂວາຍການກູ້ໄພກູ້ຊີບສູນກາງຈັດແບ່ງຈຳນວນເງິນ 80 ຕື້ດົ່ງໜູນຊ່ວຍ 4 ແຂວງແກ້ໄຂຜົນເສຍຫາຍຈາກຝົນຕົກ, ນ້ຳຖ້ວມ

ຄະນະຂົນຂວາຍການກູ້ໄພກູ້ຊີບສູນກາງຈັດແບ່ງຈຳນວນເງິນ 80 ຕື້ດົ່ງໜູນຊ່ວຍ 4 ແຂວງແກ້ໄຂຜົນເສຍຫາຍຈາກຝົນຕົກ, ນ້ຳຖ້ວມ

ຮອດວັນທີ 22 ພະຈິກ, ຈຳນວນເງິນ ແລະ ວັດຖຸອຸປະກອນຈົດທະບຽນຊ່ວຍເຫຼືອຜ່ານຄະນະຂົນຂວາຍການກູ້ໄພກູ້ຊີບສູນກາງ - ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ບັນລຸກວ່າ 1.400 ຕື້ດົ່ງ.

Top