• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງວຽກເຮັດງານທຳແລະຮັບປະກັນລາຍຮັບໃຫ້ແກ່ຜູ້ອາຍຸສູງ

      ຕາມບົດລາຍງານການພັດທະນາມະນຸດທົ່ວໂລກປີ 2020 ໂດຍໂຄງການພັດທະນາສະຫະປະຊາຊາດສົມທົບກັບກະຊວງແຜນການແລະການລົງທຶນຫວຽດນາມປະກາດຫວ່າງແລ້ວນີ້ຫວຽດນາມນອນໃນກຸ່ມບັນດາປະເທດທີ່ມີຕົວເລກດັດຊະນີການພັດທະນາມະນຸດແມ່ນຢູ່ລະດັບສູງໃນໂລກ
            ສິ່ງທີ່ເປັນໜ້າສົນໃຈແມ່ນຄວາມກ້າວໜ້າການພັດທະນາມະນຸດຂອງຫວຽດນາມບັນລຸດ້ວຍລະດັບການຂາດຄວາມສະເໝີພາບພໍປານກາງແລະມີຄວາມເປັນປົກກະຕິລະດັບຫລຸດລົງດັດຊະນີການພັດທະນາມະນຸດ (HDI) ຂອງຫວຽດນາມຍ້ອນການຂາດຄວາມສະເໝີພາບໃນປີ 2019 ແມ່ນ 16,5%, ລາຍຮັບຫລຸດລົງຍ້ອນການຂາດຄວາມສະເໝີພາບແມ່ນ 19,1%. ບັນດານັກຊ່ຽວຊານຕີລາຄາວ່າໝາກຜົນດັ່ງກ່າວບໍ່ແມ່ນວ່າປະເທດທີ່ມີລະດັບລາຍຮັບສະເລ່ຍປານກາງໃດກໍ່ສາມາດບັນລຸໄດ້.
ສ້າງວຽກເຮັດງານທຳແລະຮັບປະກັນລາຍຮັບໃຫ້ແກ່ຜູ້ອາຍຸສູງ 
      ໃນຊຸມປີມໍ່ໆມານີ້, ທ່າອ່ຽງທົ່ວໄປໃນຕະຫລາດແຮງງານແມ່ນຈຳນວນຜູ້ອາຍຸສູງນັບມື້ນັບເພີ່ມຂຶ້ນ. ຕາມບົດລາຍງານນະໂຍບາຍແຫ່ງຊາດຮອບດ້ານແທດເໝາະກັບການເພີ່ມຂຶ້ນຂອງພົນລະເມືອງມີອາຍຸສູງ ແລະໝາກຜົນການທາບທາມຄວາມເຫັນປີ 2020 ຂອງກົມອຸປະກະລະສັງຄົມ, ກະຊວງແຮງງານ, ທະຫານເສຍອົງຄະແລະສັງຄົມຫວຽດນາມແລ້ວ, ໝາກຜົນການຄົ້ນຄວ້າກ່ຽວກັບສະພາບຕົວຈິງການເຂົ້າຮ່ວມເຄື່ອນໄຫວເສດຖະກິດຂອງຜູ້ອາຍຸສູງແຕ່ເດືອນມິຖຸນາ - ສິງຫາ 2020 ຢູ່ 3 ທ້ອງຖິ່ນລວມມີ: ນະຄອນໂຮ່ຈີມິນ, ແຂວງເງະອານແລະຫາຍເຢືອງໃຫ້ເຫັນວ່າ ມີ ຜູ້ອາຍຸສູງ 40 – 45% ຍັງເຂົ້າຮ່ວມການເຄື່ອນໄຫວເສດຖະກິດ. ໃນນັ້ນ, ມີຜູ້ອາຍຸສູງຫລາຍພັນຄົນໄດ້ເຂົ້າຮ່ວມການເຄື່ອນໄຫວໃນຂົງເຂດຄົ້ນຄວ້າວິທະຍາສາດ, ການສິດສອນ, ເຄື່ອນໄຫວວັດທະນະທຳ, ສິລະປະ…
            ເມື່ອເຕື້ອງເຖິງຄວາມຕ້ອງການເຮັດວຽກຂອງຜູ້ອາຍຸສູງໃນປະຈຸບັນ, ທ່ານຫງວຽນຫືວຫາຍ, ຮອງປະທານສະຫະສະມາຄົມສຶກສາວິຊາຊີບແລະອາຊີບວຽກງານສັງຄົມຫວຽດນາມໃຫ້ຮູ້ວ່າ ຄຸນນະພາບຊີວິດການເປັນຢູ່ນັບມື້ນັບສູງ, ສະນັ້ນເຖິງວ່າຮອດກະສຽນອາຍຸບຳນານແລ້ວກໍຕາມແຕ່ຜູ້ອາຍຸສູງຫລາຍຄົນຍັງມີສຸຂະພາບແຂງແຮງ ຍັງປາດຖະໜາຢາກສືບຕໍ່ໄປເຮັດວຽກເພື່ອໃຫ້ຈິດໃຈສະບາຍແລະມີລາຍຮັບຕື່ມອີກ, ໂດຍບໍ່ຕ້ອງອີງໃສ່ລູກຫຼານ. ດ້ານອື່ນ, ຜູ້ອາຍຸສູງຢູ່ຊົນນະບົດຈຳນວນໜ້ອຍທີ່ບໍ່ມີເງິນເດືອນຍັງຕ້ອງໄປເຮັດວຽກເພື່ອມີເງິນໃຊ້ຈ່າຍໃນການດຳລົງຊີວິດ. ທ່ານຫງວຽນຫືວຫາຍໃຫ້ຮູ້ວ່າ:
            ອັດຕາຜູ້ອາຍຸສູງໃນຄອບຄົວທຸກຍາກກວມເອົາອັດຕາສູງພໍສົມຄວນ, ປະມານ 8%. ເມື່ອທຽບໃສ່ກັບມາດຖານຄວາມທຸກຍາກຂອງລັດຖະບານທີ່ຫາກໍ່ປະກາດນັ້ນ ກຸ່ມນີ້ກວມເອົາອັດຕາທົບ 2 ເທົ່າທີ່ກ່ຽວຂ້ອງເຖິງວິທີຫາເງິນລ້ຽງຊີບແລະມີຜູ້ອາຍຸສູງຫລາຍຄົນຕ້ອງເຮັດວຽກເພື່ອທຳມາຫາກິນ. ເຂດຊົນນະບົດ, ອັດຕາຜູ້ອາຍຸສູງເຂົ້າຮ່ວມການເຄື່ອນໄຫວເສດຖະກິດສູງກ່ວາເຂດຕົວເມືອງ. ເຖິງວ່າຈຳນວນຜູ້ອາຍຸສູງທີ່ເຂົ້າຮ່ວມການເຄື່ອນໄຫວເສດຖະກິດມີ 40 – 50% ກໍ່ຕາມແຕ່ຍັງມີ60 – 70% ຈຳນວນ ຜູ້ອາຍຸສູງ ຍັງຕ້ອງການການຊ່ວຍເຫຼືອຈາກລູກຫຼານ.”
            ຕາມທ່ານປະລິນຍາເອກເສດຖະກິດແຮງງານຫງວຽນເລມິງແລ້ວ, ການສ້າງວຽກເຮັດງານທຳໃຫ້ແກ່ຜູ້ອາຍຸສູງ, ໃນສະພາບຫວຽດນາມກ້າວເຂົ້າສູ່ໄລຍະມີຜູ້ອາຍຸຍືນເປັນຈຳນວນຫລາຍແລະຜົນກະທົບຈາກໂລກລະບາດໂຄວິດ-19 ຄືໃນປະຈຸບັນແມ່ນມີຄວາມຈຳເປັນທີ່ສຸດ, ຍ້ອນທັງຮັບປະກັນສິດໄດ້ເຮັດວຽກ, ປະກອບສ່ວນໃຫ້ສັງຄົມຂອງຜູ້ອາຍຸສູງ,ທັງຍາດແຍ່ງໄດ້ປະສົບການແລະປັນຍາຂອງກຳລັງແຮງງານນີ້. ທ່ານຫງວຽນເລມິງໃຫ້ຮູ້ວ່າ:
            ຍ້ອນແນວນັ້ນ ຜູ້ອາຍຸສູງທີ່ມີປະສົບການໃນຂົງເຂດເຄື່ອນໄຫວດ້ານວິຊາຊີບຂອງຕົນໄດ້ສືບຕໍ່ເຮັດວຽກ. ເຂົາເຈົ້າລົງທຶນໃນບັນດາຂົງເຂດມີວິຊາສະເພາະເກັ່ງ ແມ່ນຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ສັງຄົມ. ຍ້ອນອາຍຸສູງສຸຂະພາບອ່ອນເພຍລົງເຮັດໃຫ້ການບໍລິຫານຖືກຜົນສະທ້ອນສ່ວນໃດສ່ວນໜຶ່ງ, ສະນັ້ນບົດບາດຂອງອົງການຄື VCCI ຫຼືສະຫະສະມາຄົມວິສາຫະກິດຂະໜາດກາງແລະນ້ອຍເມື່ອໄຈ້ແຍກແນວຄວາມຄິດດ້ານນີ້ໄດ້ແຕ່ດ້ານອື່ນບໍ່ໄດ້ຄວນດັດປັບຄືແນວໃດເພື່ອໃຫ້ຄຳປຶກສາໃຫ້ແກ່ຜູ້ອາຍຸສູງ.”
ທ່ານຫງວຽນເລມິງ
      ເພື່ອແນໃສ່ຊ່ວຍຜູ້ອາຍຸສູງມີວຽກເຮັດງານທຳ, ມີລາຍຮັບເພື່ອສ້າງຊີວິດການເປັນຢູ່ເປັນປົກກະຕິ, ກະຊວງແຮງງານ - ທະຫານເສຍອົ   ງຄະແລະສັງຄົມຫວຽດນາມໄດ້ສົມທົບກັບບັນດາກະຊວງ, ຂະແໜງການ, ສະມາຄົມຜູ້ອາຍຸສູງ, ໝູ່ຄະນະທີ່ກ່ຽວຂ້ອງແລະທ້ອງຖິ່ນຕ່າງໆເພື່ອເພີ່ມທະວີວຽກງານໂຄສະນາ, ຈັດຕັ້ງປະຕິບັດບັນດາຂໍ້ກຳນົດຂອງກົດໝາຍວ່າດ້ວຍຜູ້ອາຍຸສູງໃຫ້ເປັນຢ່າງດີ; ເປັນເສນາທິການໃຫ້ແກ່ຄະນະກຳມະການແຫ່ງຊາດຕາມລະບຽບການເຮັດວຽກ,ຈັດຕັ້ງສົມທົບລະຫວ່າງບັນດາຂະແໜງການເພື່ອແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງກົນໄກ, ນະໂຍບາຍ; ພ້ອມທັງມີວິທີການ, ໂຄງການສະໜອງຂໍ້ມູນຂ່າວສານກ່ຽວກັບຕະຫລາດແຮງງານ, ຈັດຕັ້ງບັນດາລາຍການແນະນຳວຽກເຮັດງານທຳທີ່ເໝາະສົມກັບຜູ້ອາຍຸສູງ. ທ່ານຫງວຽນຮ່ວາບີງ, ຮອງປະທານສະມາຄົມຜູ້ອາຍຸສູງຫວຽດນາມໃຫ້ຮູ້ວ່າ:
            ສະມາຄົມຜູ້ອາຍຸສູງພວມສຸມໃສ່ເຂົ້າໃນບັນຫາຄົ້ນຄວ້າ, ສະເໜີການປັບປຸງ, ເພີ່ມເຕີມບັນດານະໂຍບາຍກ່ຽວກັບກົດໝາຍ, ກົນໄກສຳລັບຜູ້ອາຍຸສູງໃຫ້ເໝາະສົມກັບໄລຍະການເພີ່ມຂຶ້ນຂອງພົນລະເມືອງມີອາຍຸສູງ. ທີສອງແມ່ນຊຸກຍູ້ການເບິ່ງແຍງດູແລໃຫ້ຜູ້ອາຍຸສູງແລະເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງໃນປະຈຸບັນ. ສະມາຄົມຜູ້ອາຍຸສູງຕ້ອງມີບັນດາມາດຕະການເພື່ອຕອບສະໜອງຕໍ່ສະພາບການໃໝ່, ເປັນຕົ້ນແມ່ນການປະຕິບັດມະຕິຂອງສູນກາງກ່ຽວກັບການເຮັດໃຫ້ກົງຈັກການຈັດຕັ້ງກະທັດຮັດ.”
            ຕາມບັນດານັກຊ່ຽວຊານດ້ານແຮງງານແລ້ວ, ເລື່ອງສ້າງບັນດານະໂຍບາຍໃຫ້ເໝາະສົມກ່ວາເພື່ອເອົາໃຈໃສ່, ສ້າງເງື່ອນໄຂໃຫ້ແກ່ຜູ້ອາຍຸສູງສືບຕໍ່ໄດ້ເຮັດວຽກຫຼາຍກ່ວາອີກບໍ່ພຽງແຕ່ສົ່ງເສີມບັນດາຜູ້ອາຍຸສູງທີ່ປະສົບກັບຄວາມຫຍຸ້ງຍາກເທົ່ານັ້ນຫາກຍັງປຸກລະດົມຜູ້ອາຍຸສູງດຳລົງຊີວິດຢ່າງເບີກບານມ່ວນຊື່ນອີກດ້ວຍ, ຊ່ວຍໃຫ້ປະເທດສາມາດນຳໃຊ້ແຫຼ່ງແຮງງານທີ່ມີສີມືສູງ, ມີບົດຮຽນຫລາຍຢ່າງ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການທີ່ເໝາະສົມກັບສະພາບການເສດຖະກິດ-ສັງຄົມຂອງປະເທດຊາດແລະສະພາບຕົວຈິງໃນໄລຍະການເພີ່ມຂຶ້ນຂອງພົນລະເມືອງມີ ອາຍຸສູງ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top