• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງລະບົບຕິດຕາມກວດກາຢູ່ເຂດແຍກຕົວລວມສູນ ແລະ ຄຸ້ມຄອງນັກຂ່ຽວຊານເຂົ້າເມືອງ

      ຕອນບ່າຍວັນທີ 4 ພຶດສະພາ ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ຕ້ານໂລກລະບາດໂຄວິດ-19 ໂດຍການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ຕ້ານໂລກລະບາດໂຄວິດ-19.
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ
      ທີ່ກອງປະຊຸມ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ຕ້ານໂລກລະບາດໂຄວິດ-19 ໄດ້ຊີ້ນຳກະຊວງສາທາລະນະສຸກຕ້ອງສົມທົບກັບກະຊວງຖະແຫຼງຂ່າວສື່ສານ ຍູ້ແຮງການນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານເພື່ອເພີ່ມທະວີການຄຸ້ມຄອງ ຕິດຕາມກວດກາບັນດາກໍລະນີທີ່ເປັນເປົ້າໝາຍແຍກຕົວຢ່າງມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ເນັ້ນໜັກວ່າ ບັນດາຜູ້ຄົນຈາກບ່ອນແຍກຕົວທີ່ກັບຄືນສູ່ບ່ອນຢູ່ອາໄສ, ອຳນາດການປົກຄອງທ້ອງຖິ່ນ, ເປັນຕົ້ນແມ່ນກຳລັງຕຳຫຼວດ, ສາທາລະນະສຸກ ຕ້ອງມີຄວາມຮັບຜິດຊອບມອບໃຫ້ແກ່ແຕ່ລະຄອບຄົວ , ບ່ອນຢູ່ອາໄສ ເຜີຍແຜ່ພັນທະຂອງຜູ້ຖືກແຍກຕົວຕ້ອງປະຕິບັດໃນເວລາ 14 ວັນຢ່າງຄົບຖ້ວນ. ສຳລັບ ວິສາຫະກິດທີ່ມີຊ່ຽວຊານມາເຮັດວຽກ ຕ້ອງໝັ້ນໝາຍແນະນຳໃຫ້ນັກຊ່ຽວຊານປະຕິບັດຕາມລະບຽບການປ້ອງກັນ ແລະ ຕ້ານໂຄວິດ-19. 
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top