• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງຕັ້ງກຳລັງຕຳຫຼວດປະຊາຊົນໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ

      ວັນທີ 24 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳຢູ່ ກອງປະຊຸມຕຳຫຼວດທົ່ວປະເທດຄັ້ງທີ 75. 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນຊີ້ນຳຢູ່ ກອງປະຊຸມຕຳຫຼວດທົ່ວປະເທດຄັ້ງທີ 75
      ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງວ່າ ບໍ່ວ່າໃນສະພາບການໃດ, ເງື່ອນໄຂໃດ, ກຳລັງຕຳຫຼວດ ປະຊາຊົນ ກໍ່ຕ້ອງຢຶດໝັ້ນກັບຫຼັກການຂອງພັກ, ການນຳກ່ຽວກັບທຸກໆດ້ານຂອງຕຳຫຼວດປະຊາຊົນຢ່າງເຂັ້ມງວດ. ຄະນະພັກຕຳຫຼວດສູນກາງ ແລະ ອົງຄະນະພັກທຸກຂັ້ນໃນກຳລັງຍາມໃດກໍ່ຕ້ອງ ຊາບຊຶມ ແລະ ປະຕິບັດແນວທາງ, ແຜນນະໂຍບາຍຂອງພັກກ່ຽວກັບຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢ່າງເຂັ້ມງວດ, ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ພະນັກງານ, ນັກຮົບຕຳຫຼວດທຸກຄົນຕ້ອງຍົກສູງຈິດໃຈຕໍ່ສູ້, ຝຶກຝົນຫຼໍ່ຫຼອມຄຸນສົມບັດປະຕິວັດ, ຄຸນທາດການເມືອງຢ່າງບໍ່ຢຸດຢັ້ງ.
 (ແຫຼ່ງຄັດຈາກ VOV)
 

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top