• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງກໍາລັງໜູນໃໝ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ບົດສະວານາ

ຕອນບ່າຍວັນທີ 26 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Unity Dow, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ບົດສະວານາ ເຊິ່ງພວມມີການຢ້ຽມຢາມຫວຽດນາມ. 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານນາງ Unity Dow, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ບົດສະວານາ (ພາບ: http:kinhtedothi.vn)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສະແດງຄວາມຊົມເຊີຍຕໍ່ການມາຢ້ຽມຢາມ ຫວຽດນາມ ຄັ້ງທໍາອິດຂອງ ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ບົດສະວານາ ພ້ອມທັງຫວັງວ່າ ການຢ້ຽມຢາມຄັ້ງນີ້ ບໍ່ພຽງແຕ່ເພີ່ມພູນຄູນສ້າງສາຍພົວພັນລະຫວ່າງສອງປະເທດເທົ່ານັ້ນ ຫາກຍັງເປີດຍຸກສະໄໝໃໝ່, ສ້າງກໍາລັງໜູນໃໝ່ໃຫ້ແກ່ການຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ -  ບົດສະວານາ ໃນໄລຍະຈະມາເຖິງອີກດ້ວຍ.

        ທ່ານນາຍົກັລັດຖະມົນຕີ ຫງວຽນຊວັນຟຸກ ຊົມເຊີຍບັນດາໝາກຜົນຕັ້ງໜ້າ ແລະ ມີຄຸນນະພາບທີ່ບັນລຸໄດ້ໃນການເຈລະຈາລະຫວ່າງທ່ານນາງລັດຖະມົນຕີ Unity Dow ກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ແລະ ໄດ້ລົງນາມໃນສັນຍາວ່າດ້ວຍການຍົກເວັ້ນວີຊາໃຫ້ແກ່ຜູ້ຖືໜັງສືຜ່ານແດນການທູດ ແລະ ໜັງສືຜ່ານແດນລັດຖະການ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍຊີ້ແຈ້ງວ່າ ຫວຽດນາມ ປາດຖະໜາຢາກຍູ້ແຮງການຮ່ວມມື ກັບ ບົດສະວານາ, ໂດຍສະເພາະແມ່ນກ່ຽວກັບດ້ານເສດຖະກິດ, ການຄ້າ; ສົມທົບກັນຢ່າງແໜ້ນແຟ້ນໃນເວທີປາໄສລະດັບພາກພື້ນ, ສາກົນ ແລະ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ເພື່ອໃຫ້ ບົດສະວານາ ເປີດກວ້າງການຮ່ວມມືກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້.

         ທ່ານນາງລັດຖະມົນຕີ Unity Dow ຖືວ່າ ເລື່ອງສອງປະເທດລົງນາມໃນສັນຍາວ່າດ້ວຍການຍົກເວັ້ນ ວີຊາ ໃຫ້ແກ່ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການນັ້ນ ມີຄວາມໝາຍສໍາຄັນ, ຊ່ວຍເປີດກວ້າງແງ່ຫວັງການຮ່ວມມືໃໝ່, ສ້າງເງື່ອນໄຂສະດວກໃຫ້ແກ່ການພົວພັນແລກປ່ຽນໃນຫຼາຍດ້ານ. ທ່ານນາງ Unity Dow ກໍຊີ້ແຈ້ງວ່າ ບົດສະວານາ ຈະມານະພະຍາຍາມຊ່ວຍຫວຽດນາມ ສໍາຜັດກັບບັນດາປະເທດສະມາຊິກສະຫະພາບ ອາຟະລິກາ ກໍຄື ຍູ້ແຮງການຮ່ວມມືໃນຂະບວນການບໍ່ຮ່ວມກຸ່ມ. 

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top