• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົ່ງເສີມການກະຕຸ້ນຄວາມຕ້ອງການພາຍໃນແມ່ນຈຸດສຸມ, ຊອກຫາເສັ້ນທາງໃຫ້ແກ່ການສົ່ງອອກແມ່ນການຕັດສິນຊີ້ຂາດ

ສຳລັບຄວາມຕ້ອງການຊົມໃຊ້ຢູ່ພາຍໃນປະເທດ, ເດືອນພຶດສະພາ ເພີ່ມຂຶ້ນ 31,8%, ເດືອນ ມິຖຸນາ ເພີ່ມຂຶ້ນ 6,1% ເມື່ອທຽບໃສ່ເດືອນພຶດສະພາ, ພິເສດ ສູນເສດຖະກິດໃຫຍ່ຈຳນວນໜຶ່ງຄື ຮ່າໂນ້ຍ, ຫາຍຟ່ອງ, ດົງນາຍ…

ທີ່ກອງປະຊຸມລັດຖະບານກັບບັນດາທ້ອງຖິ່ນ (ພາບ: TTXVN)

ທີ່ກອງປະຊຸມລັດຖະບານກັບບັນດາທ້ອງຖິ່ນ ໃນຕອນບ່າຍວັນທີ 02 ກໍລະກົດ, ທ່ານ ເຈິ່ນຕ໊ວນແອັງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ: ໃນໄຕມາດ 2 ປີ 2020 ພວກເຮົາໄດ້ເຫັນປະຈັກຕາການຊຸດໂຊມຢ່າງແຮງທີ່ສຸດກ່ຽວກັບກຳລັງຄວາມຕ້ອງການຂອງໂລກ. ເຖິງຢ່າງໃດກໍ່ຕາມ, ການສົ່ງອອກຂອງ ຫວຽດນາມ ໄປຍັງ ຈີນ, ອາເມລິກາ ຍັງເຕີບໂຕທາງບວກ, ຢູ່ໃນລະດັບ 17,4% ແລະ 10,3% ເມື່ອທຽບໃສ່ກັບປີກາຍ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ຄວາມສາມາດບົ່ມຊ້ອນຂອງສິນຄ້າ ຫວຽດນາມ ແມ່ນຍັງຫລາຍຢູ່ ແລະ ຄວນສຸມໃສ່ 6 ເດືອນທ້າຍປີ. ທ່ານ ເຈິ່ນຕ໊ວນແອັງ ກ່າວວ່າ

        “ສຸມໃສ່ຮັບປະກັນ ແກ້ໄຂບັນດາບັນຫາຄົງຄ້າງຢູ່ຕະຫລາດຈຸດສຸມໃຫ້ເປັນຢ່າງດີ, ພິເສດແມ່ນກັບອາເມລິກາ ແລະ ຈີນ. ສຳລັບ ອາເມລິກາ ຕ້ອງເອົາໃຈໃສ່ແກ້ໄຂການຄ້າສິນຄ້າ ແລະ ການບໍລິການ. ສຳລັບ ຈີນ ແມ່ນຕ້ອງຍູ້ໄວລະບຽບການເປີດປະຕູຕະຫລາດຜະລິດຕະພັນກະເສດໃຫ້ເປັນສິນຄ້າ.

       ສຳລັບຄວາມຕ້ອງການຊົມໃຊ້ຢູ່ພາຍໃນປະເທດ, ເດືອນພຶດສະພາ ເພີ່ມຂຶ້ນ 31,8%, ເດືອນ ມິຖຸນາ ເພີ່ມຂຶ້ນ 6,1% ເມື່ອທຽບໃສ່ເດືອນພຶດສະພາ, ພິເສດ ສູນເສດຖະກິດໃຫຍ່ຈຳນວນໜຶ່ງຄື ຮ່າໂນ້ຍ, ຫາຍຟ່ອງ, ດົງນາຍ…ລ້ວນແຕ່ມີການເຕີບໂຕບໍລິໂພກອຸປະໂພກຢູ່ໃນລະດັບ 2 ຕົວເລກ.

(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top