07/06/2020 00:26 GMT+7 Email Print Like 0

ສຸສານ ຂ່າຍດິ້ງ - ຜົນງານປະດິດແຕ່ງອັນລໍ້າຄ່າ ຂອງ ສິລະປະ ສະຫຼັກ ເຄື່ອງປັ້ນດິນເຜົາ ຢູ່ ເຫວ້

ໃນຈຳນວນສິລະປະ ການຕົບແຕ່ງ ດ້ານສະຖາປັດຕະຍາກໍາ ພະລາຊະວັງ ເຫວ້, ສະຫຼັກ ເຄື່ອງປັ້ນດິນເຜົາຖືໄດ້ວ່າມີ ບົດບາດສຳຄັນ ຊັ້ນນໍາ ໃນການສ້າງ ລັກສະນະທົ່ວໄປ ທີ່ເປັນຕົວແທນໃຫ້ແກ່ ສະຖາປັດຕະຍາກຳ ພະລາຊະວັງ ສະໄໝລາຊະວົງ ຫງວຽນ. ເປັນຕົວແທນໃຫ້ແກ່ສິລະປະ ດັ່ງກ່າວນັ້ນແມ່ນ ສຸສານ ຂ່າຍດິ້ງ ຊຶ່ງເປັນຜົນງານ ປະດິດແຕ່ງອັນລໍ້າຄ່າແຫ່ງໜ່ຶງ ຂອງ ສິລະປະສະຫຼັກ ເຄື່ອງປັ້ນດິນເຜົາ ຢູ່ ເຫວ້. 
ອາຊີບ ສະຫຼັກ ເຄື່ອງປັ້ນດິນເຜົາໄດ້ກຳເນີດຢູ່ ເຫວ້ໃນ ລະຫວ່າງສະຕະວັດທີ XVII, ໃນເບື້ອງຕົ້ນ ຖືກເຜີຍແຜ່ ໃນໝູ່ປະຊາ, ຕໍ່ມາຈຶ່ງຖືກນໍາໃຊ້ຫຼາຍ ໃນສະຖາປັດຕະຍະກຳ ພະລາຊະວັງ. ຕາມປອ ຟານແທງຫາຍ, ຜູ້ອຳນວຍການ ພະແນກວັດທະນະທຳ ແລະ ກິລາ ແຂວງ ເທື່ອທຽນເຫວ້, ອະດີດ ຜູ້ອຳນວຍການສູນ ອະນຸລັກຮັກສາ ປູສະນີ ຍະສະຖານກຸງເກົ່າເຫວ້, ສິລະປະ ສະຫຼັກເຄື່ອງປັ້ນດິນ ເຜົາ ມີຊື່ສຽງໂດ່ງດັງທີສຸດ ໃນການຕົບແຕ່ງ ສະຖາປັດຕະຍະກຳ ພະລາຊະວັງ ເຫວ້, ພິເສດແມ່ນສະໄໝ ລາຊະວົງ ຫງວຽນ ແລະ ພົ້ນເດັ່ນທີສຸດແມ່ນທ້າຍສະຕະວັດທີ XIX ຕົ້ນ ສະຕະວັດທີ XX.

ໃນສະໄໝນີ້ ມີໂຄງການດ້ານສະຖາປັດຕະຍະກຳ ພະລາຊະວັງ ເຫວ້ ຫຼາຍແຫ່ງ ໄດ້ບັນລຸເຖິງຈຸດສູງສຸດ ຂອງ ສິລະປະ ສະຫຼັກ ເຄື່ອງປັ້ນດິນເຜົາ ທ່ີພົ້ນເດັ່ນເຊັ່ນ: ວັງ ຖ໋າຍຮ່ວາ, ວັງ ກ໋ຽນຈຸງ, ຫໍ ຖ໋າຍບິ່ງ, ປະຕູ ຫຽນເຍິນ, ປະຕູ ເຈືອງດຶກ, ວັງ ອານດິ້ງ ແລະ ອື່ນໆ. ແຕ່ສິ່ງທ່ີເປັນເອກະລັກສະເພາະ ແລະ ຖືກຈັດເຂົ້າບັນຊີ ລາຍຊື່ ບັນດາຜົນງານປະດິດແຕ່ງອັນລໍ້າຄ່າ ແມ່ນ ຕ້ອງ ເວົ້າເຖິງ ສຸສານ ຂ່າຍດິ້ງ.

ສຸສານ ຂ່າຍດິ້ງ ຫຼື ເອີ້ນວ່າ ອຶ໋ງລັງ, ເປັນສຸສານ ຂອງ ກະສັດ ຂ່າຍດິ້ງ (1885-1925) ຊຶ່ງເປັນເຈົ້າຊີວິດອົງທີ 12 ສະໄໝ ລາຊະວົງ ຫງວຽນ, ຕັ້ງຢູ່ເທິງພູ ເຈົາຈື໊ (ຍັງເອີ້ວ່າ ເຈົາເອ) ຢູ່ນອກກຳແພງ ເຫວ້, ປັດຈຸບັນ ສັງກັດຕາແສງ ຖຸ້ຍບັ່ງ, ເທສະບານ ເຮືອງຖຸຍ, ແຂວງ ເທື່ອທຽນ ເຫວ້. 
 

ເດີ່ນເຝົ້າ ຢູ່ສຸສານ ຂາຍດິ້ງ. ພາບ: ແທງຮ່ວາ


ຝາທັງສີ່ດ້ານຂອງວັງໃນ, ບ່ອນປະດິດສະຖານແທ່ນບູຊາເຈົ້າຊີວິດ ຂາຍດິ້ງ ລ້ວນແຕ່ໄດ້ສະຫຼັກເຄື່ອງປັ້ນດິນເຜົາ ແລະ ແກ້ວສີ. ພາບ: ແທງຮ່ວາ


ການນຳໃຊ້ແສງສະຫວ່າງ ເຮັດໃຫ້ສິລະປະການສະຫຼັກ ເຄື່ອງປັ້ນດິນເຜົາ ໃນຫ້ອງວາງຮູບປັ້ນ ເຈົ້າຊີວິດ ຂາຍດິ້ງ ມີຄວາມມະຫັດສະຈັນ ຍິ່ງຂຶ້ນ. ພາບ: ແທງຮ່ວາ


ລະບົບເສົາມັງກອນ, ປະຕູ “ວ໊ອງ”, ໄມ້ເຮັດແຂບ ຂອງ ຊ່າງກໍ່... ໄດ້ຮັບການສະຫຼັກ ເຄື່ອງປັ້ນດິນເຜົາ ຢ່າງ ປານີດ ແນບນຽນທີສຸດ. ພາບ: ແທງຮ່ວາ


ເຕັກນິກສະຫຼັກເຄື່ອງປັ້ນດິນເຜົາທີ່ປານີດແນບນຽນ ໃນແຕ່ລະລວດລາຍ ຈົນຮອດ ເຕັກນິກປະສົມສີສັນ. ພາບ: ແທງຮວ່າ

ສຸສານດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງ ໃນວັນທີ 4 ກັນຍາ 1920 ໃຊ້ ເວລາ 11 ປີ, ຜ່ານສອງຮຸ່ນ ກະສັດ ລາຊະວົງ ຫງວຽນ ຄື ຂ່າຍດິ້ງ ແລະ ລູກຂອງເພິ່ນ ແມ່ນ ບ່າວດ້າຍ ຈຶ່ງສຳເລັດ. ເມື່ອທຽບກັບສຸສານຂອງ ບັນດາອົງກະສັດຮຸ່ນກ່ອນ, ສຸສານ ຂ່າຍດິ້ງ ມີເນື້ອທີ່່ນ້ອຍກວ່າ ຄື 117x 48,5 ແມັດ, ແຕ່ຖືວ່າ ເປັນໂຄງການໄດ້ຮັບການກໍ່ສ້າງ ຢ່າງພິຖີພິຖັນ ແລະ ເສຍ ເງິນຄຳເຫື່ອແຮງຫຼາຍທີສຸດ.

ແຕກຕ່າງກັບ ບັນດາສຸສານ ກະສັດ ສະໄໝລາຊະວົງ ຫງວຽນຮຸ່ນກ່ອນ ທ່ີໄດ້ຮັບການກໍ່ສ້າງ ຕາມແບບ ແລະ ເຕັກນິກມູນເຊື້ອ, ສຸສານ ຂ່າຍດິ້ງ ໄດ້ຮັບການກໍ່ສ້າງ ດ້ວຍ ຊີມັງ, ເຫຼັກກ້າ... ຊຶ່ງເປັນວັດສະດຸ ຂອງຍຸກໃໝ່ ແລະ ມີວັດຖຸອຸປະກອນທີ່ມີຄ່າຫາຍາກອີກຫຼາຍຢ່າງ ໄດ້ສັ່ງຊື້ ມາຈາກ ຝຣັ່ງ, ຈີນ ແລະ ຍີ່ປຸ່ນ.

ແຕ່ວ່າ, ຈຸດພິເສດເຮັດໃຫ້ຄຸນຄ່າ ທ່ີເປັນເອກະລັກພິເສດ ຂອງສຸສານ ຂ່າຍດິ້ງ ນັ້ນແມ່ນຢູ່ພາຍໃນວັງ ຊຶ່ງເປັນບ່ອນ ສິລະປະ ສະຫຼັກ ເຄື່ອງປັ່ນດິນເຜົາ ທ່ີສະແດງ ໃຫ້ເຫັນ ຄວາມຊຳນານງານ ເໜືອຊັ້ນ ໜຶ່ງບໍ່ມີສອງ.

ຜ່ານສີໄມ້ລາຍມືອັນຄ່ອງແຄ່ວ ຂອງ ບັນດານາຍຊ່າງ ເຫວ້, ບັນດາເສດເຄື່ອງປັ້ນດິນເຜົາ, ແກ້ວສີ ທີ່ຖືກເອົາມາຈາກ ບັນດາປະ ເພດຈອກ, ຖ້ວຍ, ກວດ, ໂຖດອກໄມ້ຊະນິດຕ່າງໆ ໄດ້ຂັດຖູ ແລະ ປະກອບຢ່າງພິຖີພິຖັນ ເປັນບັນດາແຜ່ນພາບ, ພາບໂນນ ມີຮູບນົກ, ດອກໄມ້, ສັດປ່າ... ທີ່ແສນສວຍງາມ ຕາມບັນດາເລື່ອງລາວທີ່ເລົ່າສືບທອດກັນ ຈາກລັດທິ ໂຂງຈື້, ສາສະໜາ ຫຼາວ, ສາສະໜາ ພຸດ ນັບທັງໄດ້ເອົາມາຈາກ ຕົວແບບພື້ນເມືອງອີກດ້ວຍ. ສິ່ງທີ່ໜ້າສົນໃຈ ກໍຄື ເຖິງວ່າ ຈະຖືກສະຫຼັກ ດ້ວຍວັດຖຸທີ່ແຂງ ເຊັ່ນດິນເຜົາ ແລະ ແກ້ວ, ແຕ່ໂດຍອາໄສເຕັກນິກການວາງສີທ່ີຄ່ອງແຄ່ວ ອີງຕາມສີຫຼັກ ເຊັ່ນ: ສີຂາວ, ສີເຫຼືອງ, ສີນໍ້າຕານ, ສີຂຽວ, ສີ ຟ້າ, ສີມ່ວງ... ເພາະສະນັ້ນ ຈຶ່ງສ້າງເປັນບັນດາສິ້ນສ່ວນປະກອບ ທີ່ ອ່ອນຊ້ອຍ ແລະ ມີຊີວິດຊີວາ ເໝືອນດັ່ງພາບແຕ້ມນາໆສີສັນ.

 

ພາບໃກ້ຕອນຝາໜຶ່ງຢູ່ວັງໃນ ມີຄວາມງາມແສນໂດດເດັ່ນ ກັບສິລະປະການຕົບແຕ່ງດ້ວຍເຄື່ອງປັ້ນດິນເຜົາ. ພາບ: ແທງຮວ່າ


ພາບສະຫຼັກເດື່ອງປັ້ນດິນເຜົາມີຫົວເລື່ອງສັດ. ພາບ: ແທງຮ່ວາ


ພາບຄວັດສະຫຼັກນູນດ້ວຍເຄື່ອງປັ້ນດິນເຜົາ. ພາບ: ແທງຮ່ວາ


ພາບຄວັດສະຫຼັກນູນຮູບນົກຮຸງຂີ່ເມກ. ພາບ: ແທງຮ່ວາ


ຮູບພາບປະດັບປະດາຢູ່ເທິງຝາໄດ້ປະຕິບັດຕາມຫຼາຍຫົວເລື່ອງທີ່ແຕກຕ່າງກັນ. ພາບ: ແທງຮ່ວາ


ສ່ວນລາຍລະອຽດການສະຫຼັກເຄື່ອງປັ້ນດິນເຜົາທີ່ຖືກປະດັບປະດາ ຢູ່ດ້ານໜ້າ ຂອງແທ່ນບູຊາ ເຈົ້າຊີວິດ ຂາຍດິ້ງ. ພາບ: ແທງຮ່ວາ 


ພາບພະຍານາກສະຫຼັກເຄືອງປັ້ນດິນເຜົາ. ພາບ: ແທງຮ່ວາ

ພິເສດ, ນອກຈາກແທ່ນບູຊາໃຫຍ່ ຖືກສະຫຼັກດ້ວຍເຄື່ອງ ປັ້ນດິນ ເຜົາທັງໝົດແລ້ວ, ພາຍໃນສຸສານ ຍັງມີຄັນຮົ່ມໃຫຍ່ ກັ້ງຢູ່ ເທິງຮູບປັ້ນກະສັດ ຂ່າຍດິ້ງ ດ້ວຍທອງ ນັ້ນແມ່ນ ຜົນງານປະດິດແຕ່ງທ່ີລໍ້າຄ່າ ຂອງ ສິລະປະສະຫຼັກ ເຄື່ອງປັ້ນດິນເຜົາ. ຄັນຮົ່ມໃຫຍ່ ສ້າງດ້ວຍເບຕົງເສີມເຫຼັກ ມີນຳ້ໜັກເກືອບໜຶ່ງໂຕນ ແຕ່ຍ້ອນສິລະປະສະຫຼັກ ເຄື່ອງປັ້ນ ດິນເຜົາມີຄວາມງາມທ່ີໂດດເດັ່ນ ຈິ່ງເຮັດໃຫ້ຜູ້ຊົມ ມີຄວາມ ຮູ້ສຶກ ເໝືອນດັ່ງໄດ້ເຮັດຈາກ ແພໄໝ ທີ່ອ່ອນນຸ້ມ, ເບົາບາງ ແລະ ມີຊີວິດຊີວາ ຄືສາມາດເຄື່ອນໄຫວຕົວຕໍ່ ສາຍລົມໄດ້. ຢູ່ໃຕ້ຄັນຮົ່ມໃຫຍ່ ແມ່ນຮູບປັ້ນ ກະສັດ ຂ່າຍດິ້ງ ຫຼໍ່ດ້ວຍ ທອງ ຢູ່ ຝຣັ່ງ ໃນປີ 1920 ແລະ ໃຕ້ພື້ນຂອງຮູບປັ້ນ ດັ່ງກ່າວແມ່ນ ບ່ອນຝັງສົບ ຂອງ ອົງກະສັດ.

ຜ່ານຈະຜ່ານເວລາ ເຖິງ 100 ປີແລ້ວກໍຕາມ, ແຕ່ ສຸສານ ຂ່າຍດິ້ງ ໃນປັດຈຸບັນ ຍັງຄົງຮັກສາໄວ້ໄດ້ຄວາມງາມ ຄືເກົ່າ. ພິເສດ, ທຸກການປະດັບປະດາດ້ວຍການສະຫຼັກ ເຄື່ອງປັ້ນ ດິນເຜົາ ຢູ່ພາຍໃນວັງ ຍັງຄົງມີຄວາມສວຍງາມຄື ໃນກ່ອນ ໜ້ານີ້ໜຶ່ງສະຕະວັດ ຊຶ່ງເຮັດໃຫ້ນັກທ່ອງທ່ຽວ ຮູ້ສຶກປະທັບໃຈ ເປັນພິເສດຕໍ່ຜົນງານ ຂອງ ບັນດານາຍຊ່າງສະຫຼັກ ເຄື່ອງປັ້ນດິນເຜົາ ໃນພະລາຊະວັງ ເຫວ້.


ບົດ ແລະ ພາບ: ແທງຮ່ວາ

ບັນດາບົດທີ່ຖືກນຳສະເໜີ