ວັນທີ 15 ພຶດສະພາ 2019, ຄະນະພັກ ກຸ່ມບໍລິສັດນໍ້າມັນອາຍແກັສ ແຫ່ງຊາດ ຫວຽດນາມ ສືບຕໍ່ປະກາດໃຊ້ມະຕິ 281/NQ-ĐU ກ່ຽວ ກັບ ວຽກງານສື່ມວນຊົນ ແລະ ວັດທະນະທໍາ ວິສາຫະກິດ ແນໃສ່ ຢືນຢັນ ບົດບາດ ຂອງ ວຽກງານ ສື່ມວນຊົນ, ຈາກນັ້ນ ການສົ່ງຂ່າວ ທີ່ ຊັດເຈນ ແລະ ທັນການ, ການໂຄສະນາ ເຜີຍແຜ່ມີຈຸດໜັກ, ຈຸດສຸມ, ສ້າງການປ່ຽນແປງ ຢ່າງຕັ້ງໜ້າ ໃນການ ຮັບຮູ້ ກ່ຽວກັບ ຈຸດທີ່ຕັ້ງ, ບົດບາດ ຂອງ ກຸ່ມບໍລິສັດ ນຳ້ມັນອາຍແກັສ ແຫ່ງຊາດ ຫວຽດນາມ ຕໍ່ພາລະກິດ ພັດທະນາເສດຖະກິດ ຂອງ ປະເທດຊາດ ເປັນໜ້າທີ່ສຳຄັນ ຂອງ ວຽກງານສື່ມວນຊົນ ໃນປັດຈຸບັນ.
ເປົ້າໝາຍ ແລະ ໜ້າທີ່ລວມ ຂອງ ວຽກງານໂຄສະນາສຶກສາ, ສື່ ມວນຊົນ ນຳ້ມັນອາຍແກັສ ຊຶ່ງສຸມໃສ່ 5 ກຸ່ມເນື້ອໃນດັ່ງລຸ່ມນີ້:
ໜຶ່ງ: ໂຄສະນາເຜີຍແຜ່, ເຊື່ອມຊຶມ ນະໂຍບາຍ, ແຜນນະໂຍບາຍ ຂອງ ພັກ, ລັດ ກ່ຽວກັບ ດ້ານພະລັງງານ ແລະ ນຳ້ມັນອາຍແກັສ ເຖິງ ຊາວຜູ້ອອກແຮງງານ, ສະມາຊິກພັກ ໃນທົ່ວກຸ່ມບໍລິສັດ. ຂໍ້ມູນ ຂ່າວສານຢ່າງທັນການ, ມີຄວາມໂປ່ງໃສ ໃນທຸກໆ ດ້ານການເຄື່ອນ ໄຫວ ຂອງ ກຸ່ມບໍລິສັດ ນຳ້ມັນອາຍແກັສ ແຫ່ງຊາດ ຫວຽດນາມ ແລະ ບັນດາຫົວໜ່ວຍສະມາຊິກ, ນັບແຕ່ວຽກງານພັກ, ອົງການຈັດຕັ້ງ, ວຽກງານແນວຄິດ, ການເມືອງ ເຖິງການເຄື່ອນໄຫວ ບໍລິຫານ ຜະລິດ ດຳເນີນທຸລະກິດ, ປ່ຽນໃໝ່ການບໍລິຫານ, ຮ່ວມມືສາກົນ, ການສ້າງ ວັດທະນະທຳ ວິສາຫະກິດ, ກິດຈະກໍາເຄື່ອນໄຫວ ເພື່ອຄວາມ ສະຫງົບປອດໄພສັງຄົມ, ເອົາໃຈໃສ່ແບ່ງປັນ ຕໍ່ວົງຄະນາຍາດ.
ສອງ: ຊຸກຍູ້ ແລະ ສົ່ງເສີມໃຫ້ພະນັກງານ ຂອງ ຂະແໜງ ການນໍ້າ ມັນ ອາຍແກັສ ຕອບສະໜອງ ແຜນນະໂຍບາຍດັ່ງກ່າວ, ພ້ອມກັນ ເຂົ້າຮ່ວມ ຜັນຂະຫຍາຍ ຈັດຕັ້ງປະຕິບັດ ບັນດາມະຕິຕົກລົງ ຂອງ ພັກ, ບັນດາແຜນນະໂຍບາຍໃຫຍ່ ຂອງ ກຸ່ມບໍລິສັດ ໃນທົ່ວລະບົບ. ລະດົມສົ່ງເສີມຄົນງານ ຂອງກຸ່ມບໍລິສັດ ເສີມຂະຫຍາຍ ມູນເຊື້ອ ອັນ ສະຫງ່າລາສີ ແລະ ຜົນງານ ຂອງຄົນງານຂະແໜງການ ນໍ້າມັນອາຍ ແກັສ ຫຼາຍຮຸ່ນຄົນທີບັນລຸໄດ້, ປຸກລະດົມຄວາມຫ້າວຫັນ ແລະ ຜັນ ຂະຫຍາຍຄວາມເອກອ້າງທະນົງໃຈ ຂອງບັນດາ “ຜູ້ໄປຊອກໄຟ”, ສືບຕໍ່ຍົກສູງນໍ້າໃຈຮັບຜິດຊອບ, ຜ່ານຜ່າ ທຸກຄວາມຫຍຸ້ງຍາກ, ຫ້າວ ຫັນແຂ່ງຂັນຜະລິດຜົນ, ສຳເລັດໜ້າທີ່ການເມືອງ ທີ່ໄດ້ຮັບມອບ ໝາຍ; ເພີ່ມທະວີການສ່ອງແສງ, ໂຄສະນາເຜີຍແຜ່ ກ່ຽວກັບ ຕົວ ແບບທີ່ພົ້ນເດັ່ນ, ອອກແຮງງານ ດີເດັ່ນ ແລະ ປະດິດສ້າງ.
ສາມ: ກຳນົດທິດທາງ, ສ້າງຫາງສຽງທີ່ຕັ້ງໜ້າ ແລະ ເຫັນພ້ອມ ບໍ່ ພຽງແຕ່ຢູ່ພາຍໃນວິສາຫະກິດເທົ່ານັ້ນ, ແຕ່ທົ່ວສັງຄົມ ເພື່ອໃຫ້ບັນ ດາຂັ້ນ, ຂະແໜງການ ແລະ ປະຊາຊົນ ມີຄວາມເຂົ້າໃຈຢ່າງຖືກ ຕ້ອງ ແລະ ຄົບຖ້ວນ, ມີມູມມອງຮອບດ້ານ, ພາວະວິໄສ, ຊັດເຈນ ກ່ຽວກັບ ການເຄື່ອນໄຫວ ແລະ ພາລະສຳຄັນ ທີ່ກຸ່ມບໍລິສັດ ກຳລັງ ປະຕິບັດ, ກ່ຽວກັບຜົນງານ ແລະ ການປະກອບສ່ວນ ຂອງ ຂະແໜງ ການນຳ້ມັນອາຍແກັສ ຕໍ່ປະເທດຊາດ, ຈາກນັ້ນມີຄວາມເຫັນອົກ ເຫັນໃຈ, ແບ່ງປັນກັບຄວາມລຳບາກ ຂອງຊາວຜູ້ ອອກແຮງງານ ໃນ ຂະແໜງການ ນຳ້ມັນອາຍແກັສ.
ສີ່: ຜ່ານການໂຄສະນາເຜີຍແຜ່ ເຄື່ອງໝາຍການຄ້າ, ຜະລິດຕະພັນ, ບໍລິການຂອງກຸ່ມບໍລິສັດ ແລະ ບັນດາວິສາຫະກິດ ໃນຂະແໜງການ ອອກສູ່ຕະຫຼາດ, ໄປເຖິງຜູ້ບໍລິໂພກ; ປະກອບສ່ວນຂໍ້ມູນຂ່າວສານ ຊ່ວຍໜູນ ວິສາຫະກິດ ຊອກຫາ ຄູ່ຮ່ວມມືລົງທຶນ, ຮ່ວມທຸລະກິດ; ໂຄສະນາເຜີຍແຜ່ ກ່ຽວກັບ ບັນດາຕົວແບບຜະລິດ ດຳເນີນທຸລະ ກິດ, ຕົວແບບສ້າງໂຄງປະກອບ ຄືນໃໝ່, ຄຸ້ມຄອງການລົງທຶນ ຢ່າງ ມີປະສິດທິຜົນ, ຂະຫຍັນຂັນເຄື່ອນ; ເຜີຍແຜ່ບັນດາໂຄງການຄົ້ນ ຄວ້າ ວິທະຍາສາດ ແລະ ຄຸ້ມຄອງເສດຖະກິດ, ຄວາມຮູ້, ປະສົບ ການ ໃນການປ່ຽນໃໝ່ປະດິດສ້າງ, ໝູນໃຊ້ຄວາມກ້າວໜ້າ ຂອງ ວິ ທະຍາສາດ, ເຕັກໂນໂລຊີເຂົ້າ ໃນການຜະລິດຢ່າງເໝາະສົມ, ນຳ ໃຊ້ຢ່າງປະຢັດ ແລະ ມີປະສິດທິຜົນ ແຫຼ່ງອຸປະກອນ ວັດຖຸດິບ, ເຊື້ອ ເພີງ, ຍົກສູງຄຸນນະພາບ ຜະລິດຕະພັນ ແລະ ຫຼຸດຜ່ອນຕົ້ນທຶນການ ຜະລິດ.
ຫ້າ: ສ່ອງແສງຢ່າງທັນການ ບັນດາບັນຫາທີ່ບໍ່ພຽງພໍ ກ່ຽວກັບດ້ານນິ ຕິກຳ, ບັນດາຂໍ້ຄົງຄ້າງ ກ່ຽວກັບ ກົນໄກດ້ານການເງິນ-ການລົງທຶນ, ຄວາມຫຍຸ້ງຍາກ ກ່ຽວກັບຕະຫຼາດ... ໃນຂະບວນວິວັດແຫ່ງການ ເຄື່ອນໄຫວ ຂອງກຸ່ມບໍລິສັດ, ປະກອບສ່ວນ ຕີລາຄາ ວິທະຍາສາດ, ພາວະວິໄສ ແນໃສ່ ສົ່ງຜົນກະທົບ ຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ ເຖິງການອອກແບບ, ກໍ່ສ້າງ ແລະ ເຮັດໃຫ້ສົມບູນແບບ ກົດບັນຍັດ, ນະໂຍບາຍກົດໝາຍ, ສ້າງເງື່ອນໄຂ ໃຫ້ຂະແໜງການ ນຳ້ມັນອາຍ ແກັສ ໄດ້ເອົາໃຈໃສ່ລົງທຶນ, ເພີ່ມກໍາລັງແຮງ; ເພີ່ມສິດ ເປັນເຈົ້າການ ໃນການຄຸ້ມຄອງ ບໍລິຫານ, ຍົກສູງກຳລັງຄວາມສາມາດ ແລະ ພັດ ທະນາ ທີ່ຍືນຍົງ.
ໂດຍທົ່ວໄປ, ການເພີ່ມປະສິດທິພາບ ແລະ ສຸມໃສ່ແຫຼ່ງ ຊັບພະຍາ ກອນມະນຸດ ໄດ້ສ້າງການເຊື່ອມໂຍງ ທີ່ມີເປັນລະບົບ ເພື່ອຍົກສູງ ຄຸນນະພາບ ຂອງການເຄື່ອນໄຫວ ສື່ມວນຊົນ ໃນກຸ່ມບໍລິສັດ ດ້ວຍ ທິດນຳທີ່ວ່າ: “ສື່ມວນຊົນໄປກ່ອນບາດກ້າວໜຶ່ງ”. ດ້ວຍເຫດນັ້ນ, ໃນ ໄລຍະຜ່ານມາ ວຽກງານສື່ມວນຊົນຂອງ ກຸ່ມບໍລິສັດ ໄດ້ມີການປ່ຽນ ແປງຢ່າງເຫັນໄດ້ຊັດ, ບັນລຸໄດ້ຜົນງານຫຼາຍຢ່າງທີ່ຕັ້ງໜ້າ, ປະກອບ ສ່ວນສຳຄັນ ໃນວຽກງານສື່ມວນຊົນ ຢ່າງທັນການ, ຊັດເຈນ ໃນທຸກ ດ້ານການເຄື່ອນໄຫວ, ປົກປັກຮັກສາ ແລະ ຍົກສູງອິດທິພົນຊື່ສຽງ, ພາບພົດ, ເຄື່ອງໝາຍການຄ້າ ຂອງ ກຸ່ມບໍລິສັດ ແລະ ບັນດາຫົວ ໜ່ວຍສະມາຊິກ ອີກດ້ວຍ.
ມາຮອດຈຸດເວລານີ້, ຂະແໜງການ ນຳ້ມັນອາຍແກັສ ມີ 4 ອົງການ ສື່ຂ່າວ ຊຶ່ງລວມມີ: ວາລະສານພະລັງງານໃໝ່, ວາລະສານ ອີ ເລັກ ໂທຣນິກ PetroTimes (ກ່ອນນີ້ ແມ່ນໜັງສືພິມພະລັງງານໃໝ່), ວາລະສານນຳ້ມັນອາຍແກັສ, ວາລະສານ ກຳມະບານ ນຳ້ມັນອາຍ ແກັສ ກັບນັກຂ່າວ, ນັກໜັງສືພິມມືອາຊີບ ລວມ 40 ຄົນ. ທົ່ວລະບົບ ມີ 14 ໃບຂ່າວ, ວາລະສານ ຈຳເພາະ ແລະ 97 ໜ້າຂ່າວ ອີເລັກ ໂທຣນິກ, ເວັບໄຊພາຍໃນ ມີຜູ້ນຳ, ພະນັກງານ, ຜູ້ຊ່ຽວຊານເຮັດ ວຽກກ່ຽວກັບໂຄສະນາ ກວ່າ 100 ຄົນ.
ໃນ 45 ປີ ຜ່ານມາ, ກຸ່ມບໍລິສັດ ນຳ້ມັນອາຍແກັສ ແຫ່ງຊາດ ຫວຽດ ນາມ ໄດ້ມີການກໍ່ສ້າງ ແລະ ພັດທະນາ, ກາຍເປັນ ເສົາຄຳ້ ຂອງພື້ນ ຖານເສດຖະກິດ ຂອງ ປະເທດຊາດ ດ້ວຍໜ້າທີ່ສຳຄັນ ແມ່ນຊອກ ຫາ, ຂຸດຄົ້ນ ແຫຼ່ງຊັບພະຍາກອນ ຂອງປະເທດຊາດ, ຮັບປະກັນ ຄວາມສະຫງົບ ດ້ານ ພະລັງງານ, ຄວາມສະຫງົບ ດ້ານ ສະບຽງອາ ຫານ, ປະກອບສ່ວນ ຢ່າງມີປະສິດທິຜົນ ໃນການເຮັດໃຫ້ ພື້ນຖານ ເສດຖະກິດ ມະຫາພາກ ກັບຄືນສູ່ ສະພາບປົກກະຕິ ແລະ ປົກປັກ ຮັກສາ ສິດອຳນາດອະທິປະໄຕແຫ່ງຊາດ ທາງທະເລ ອີກດ້ວຍ. |
ເປົ້າໝາຍ ແລະ ໜ້າທີ່ລວມ ຂອງ ວຽກງານໂຄສະນາສຶກສາ, ສື່ ມວນຊົນ ນຳ້ມັນອາຍແກັສ ຊຶ່ງສຸມໃສ່ 5 ກຸ່ມເນື້ອໃນດັ່ງລຸ່ມນີ້:
ໜຶ່ງ: ໂຄສະນາເຜີຍແຜ່, ເຊື່ອມຊຶມ ນະໂຍບາຍ, ແຜນນະໂຍບາຍ ຂອງ ພັກ, ລັດ ກ່ຽວກັບ ດ້ານພະລັງງານ ແລະ ນຳ້ມັນອາຍແກັສ ເຖິງ ຊາວຜູ້ອອກແຮງງານ, ສະມາຊິກພັກ ໃນທົ່ວກຸ່ມບໍລິສັດ. ຂໍ້ມູນ ຂ່າວສານຢ່າງທັນການ, ມີຄວາມໂປ່ງໃສ ໃນທຸກໆ ດ້ານການເຄື່ອນ ໄຫວ ຂອງ ກຸ່ມບໍລິສັດ ນຳ້ມັນອາຍແກັສ ແຫ່ງຊາດ ຫວຽດນາມ ແລະ ບັນດາຫົວໜ່ວຍສະມາຊິກ, ນັບແຕ່ວຽກງານພັກ, ອົງການຈັດຕັ້ງ, ວຽກງານແນວຄິດ, ການເມືອງ ເຖິງການເຄື່ອນໄຫວ ບໍລິຫານ ຜະລິດ ດຳເນີນທຸລະກິດ, ປ່ຽນໃໝ່ການບໍລິຫານ, ຮ່ວມມືສາກົນ, ການສ້າງ ວັດທະນະທຳ ວິສາຫະກິດ, ກິດຈະກໍາເຄື່ອນໄຫວ ເພື່ອຄວາມ ສະຫງົບປອດໄພສັງຄົມ, ເອົາໃຈໃສ່ແບ່ງປັນ ຕໍ່ວົງຄະນາຍາດ.
![]()
ບັນດານັກໜັງສືພິມ ເຂົ້າຢ້ຽມຢາມ ແລະ ເຮັດວຽກ ຢູ່ໂຮງງານ ປຸງ ແຕ່ງ ອາຍແກັສ ກ່າເມົາ.
![]() ສະແດງຄວາມຮູ້ບຸນຄຸນ ຕໍ່ບັນດາຜູ້ນຳຄະນະໂຄສະນາ ສຶກສາຄະ ນະພັກ ຂອງກຸ່ມບໍລິສັດ ຜ່ານໄລຍະຕ່າງໆ. |

ປະຕິບັດ: VNP