• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນອິນເດຍ: ການຢ້ຽມຢາມທາງລັດຖະກິດຂອງປະທານປະເທດຫວຽດນາມຈະຊຸກຍູ້ການພົວພັນດ້ານການຄ້າ 2 ຝ່າຍ

ເນື່ອງໃນໂອກາດທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາ ຈະໄປຢ້ຽມຢາມທາງລັດຖະກິດຢູ່ສ.ອິນເດຍ ໃນລະຫວ່າງວັນທີ 02 – 04 ມິນາ, ວັນທີ 27 ກຸມພາ, ໜັງສືພິມ “Times of India” ໄດ້ລົງພິມບົດຂຽນ “ການເຄື່ອນເໜັງດ້ານເສດຖະກິດ: ການຢ້ຽມຢາມຈະມາເຖິງຂອງປະທານປະເທດຫວຽດນາມ ຈະຊຸກຍູ້ການພົວພັນດ້ານການຄ້າ 2 ຝ່າຍ (ຫວຽດນາມ ແລະ ອິນເດຍ)”.


ການຢ້ຽມຢາມທາງລັດຖະກິດຂອງປະທານປະເທດຫວຽດນາມຈະຊຸກຍູ້ການພົວພັນດ້ານການຄ້າ 2 ຝ່າຍ

(ພາບປະກອບ: baoquocte.vn)

ບົດຂຽນໄດ້ເນັ້ນໜັກເຖິງການຢ້ຽມຢາມທາງລັດຖະກິດຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ເຊິ່ງໄດ້ສະແດງໃຫ້ເຫັນອີກຄັ້ງໜຶ່ງການພົວພັນຍຸດທະສາດນັບມື້ນັບແຂງແຮງຂຶ້ນລະຫວ່າງ New Delhi ແລະ ຮ່າໂນ້ຍ. ຮ່ວມເດີນທາງພ້ອມກັບທ່ານປະທານປະເທດ ເຈີ່ນດ້າຍກວາງ ຈະມີຄະນະເຈົ້າໜ້າທີ່ຂັ້ນສູງ ແລະ ຄະນະນັກທຸລະກິດປະມານ 80 ທ່ານ. ການເຂົ້າຮ່ວມຄະນະຜູ້ແທນນັກທຸລະກິດແມ່ນສະແດງໃຫ້ເຫັນຄວາມສຳຄັນທາງດ້ານເສດຖະກິດຂອງການຢ້ຽມຢາມ. ບົດຂຽນກໍ່ເຕື້ອງເຖິງສາຍເຫດເປັນຫຍັງເສດຖະກິດຕ້ອງແມ່ນຈຸດສຸມຂອງການພົວພັນອິນເດຍ - ຫວຽດນາມ. ຕາມການສຳຫຼວດຫວ່າງມໍ່ໆມານີ້, ຫວຽດນາມ ແມ່ນປະເທດມີລະດັບເຕີບໂຕໄວທີ່ສຸດໃນໄລຍະ 2007 – 2017. ກໍ່ຍ້ອນບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້ນັ້ນ ໄດ້ຊ່ວຍໃຫ້ຫວຽດນາມ ກາຍເປັນຄູ່ຮ່ວມມືເສດຖະກິດທີ່ໄວ້ເນື້ອເຊື່ອໃຈຂອງອິນເດຍ ຢູ່ອາຊີຕາເວັນອອກສ່ຽງໃຕ້.

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ປະຕູຖານຂໍ້ມູນເອເລັກໂຕນິກຂອງກະຊວງການຕ່າງປະເທດອິນເດຍ ກໍ່ອອກແຈ້ງການສື່ມວນຊົນ ເນັ້ນໜັກເຖິງການຢ້ຽມຢາມທາງລັດຖະກິດຢູ່ປະເທດ ສ.ອິນເດຍ ຂອງທ່ານປະທານປະເທດແຫ່ງ ສສ.ຫວຽດນາມ ເຊິ່ງຈະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງອິນເດຍ ແລະ ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ.

(ແຫຼ່ງຄັດຈາກ VOV)

 

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top