• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນລາວ ລົງຂ່າວເປັນຈຳນວນຫຼາຍກ່ຽວກັບເລື່ອງຫວຽດນາມ ປະຕິບັດສຳເລັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນ

      ເວັບໄຊຂອງໜັງສືພິມ ປະຊາຊົນ ກໍ່ໄດ້ລົງບົດຂຽນ ທີ່ມີຫົວຂໍ່ວ່າ “ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນ ຂອງ ຫວຽດນາມ ປະສົບຜົນສຳເລັດ”. 
ພາບປະກອບ: Kpl
      ຕອນຄ່ຳວັນທີ 24 ພຶດສະພາ, ສື່ມວນຊົນລາວ ໄດ້ລົງຂ່າວ ຫວຽດນາມ ປະຕິບັດສຳເລັດການເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນ ທຸກຂັ້ນອາຍຸການ 2021 – 2026, ຢັ້ງຢືນການເລືອກຕັ້ງໄດ້ດຳເນີນຢ່າງຖືກຕ້ອງຕາມແຜນການ, ຮັບປະກັນປະຊາທິປະໄຕ ແລະ ຄວາມໝັ້ນຄົງ. ເວັບໄຊຂອງສຳນັກຂ່າວສານລາວ KPL ໄດ້ລົງຂ່າວວ່າ ຜູ້ມີສິດເລືອກຕັ້ງ ຫວຽດນາມ ກ່ວາ 60 ລ້ານຄົນ ໃນທົ່ວປະເທດ ໄດ້ເຂົ້າຮ່ວມການປ່ອນບັດເລືອກຕັ້ງໃນວັນທີ 23 ພຶດສະພາ, ເນັ້ນໜັກວ່າ ນີ້ແມ່ນວັນບຸນໃຫຍ່ຂອງ ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ແລະ ແມ່ນກາລະໂອກາດສຳຄັນເພື່ອໃຫ້ປະຊາຊົນ ຫວຽດນາມ ປະຕິບັດ ແລະ ເສີມຂະຫຍາຍສິດ, ພັນທະ ແລະ ຄວາມຮັບຜິດຊອບຂອງ ພົນລະເມືອງ ໃນການເລືອກເອົາ ບັນດາຜູ້ແທນ ທີ່ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ ເພື່ອເປັນຕົວແທນໃຫ້ແກ່ປະຊາຊົນໃນສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ.
ໃນຂະນະນັ້ນ, ເວັບໄຊຂອງໜັງສືພິມ ປະຊາຊົນ ກໍ່ໄດ້ລົງບົດຂຽນ ທີ່ມີຫົວຂໍ່ວ່າ “ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນ ຂອງ ຫວຽດນາມ ປະສົບຜົນສຳເລັດ”. ຕາມໜັງສືພິມ ປະຊາຊົນແລ້ວ, ຜູ້ມີສິດເລືອກຕັ້ງຮູ້ສຶກພາກພູນໃຈເມື່ອໄດ້ໄປປ່ອນບັດເລືອກຕັ້ງ ຕາມຂໍ້ກຳນົດຂອງກົດໝາຍ, ປະຕິບັດສິດ ແລະ ພັດທະຂອງພົນລະເມືອງ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top