• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນລາວຍ້ອງຍໍແບບຢ່າງຄຸນສົມບັດປະຕິວັດຂອງປະທານໂຮ່ຈິມີນ

      ເນ່ືອງໃນໂອກາດສະເຫລີມສະຫລອງ 128 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມີນ, ຫນັງສືພິມປະເທດລາວ ສະບັບອອກວັນທີ 17 ແລະ 18 ພຶດສະພາ ໄດ້ລົງພິມບົດຂຽນແນະນຳກ່ຽວກັບຊີວິດ ແລະ ພາລະກິດເຄື່ອນໄຫວປະຕິວັດຂອງປະທານໂຮ່ຈິມີນ ພ້ອມທັງຍ້ອງຍໍແບບຢ່າງຄຸນສົມບັດປະຕິວັດອັນສູງສົ່ງຂອງເພີ່ນ.
      ບົດຂຽນ “ຊີວິດ ແລະ ເຄື່ອນໄຫວໃນພາລະກິດປະຕິວັດຂອງປະທານໂຮ່ຈິມີນ” ສະບັບອອກໃນວັນທີ 17 ພຶດສະພາ ໄດ້ເນັ້ນຫນັກວ່າ: ພາລະກິດປະຕິວັດຂອງປະທານໂຮ່ຈິມີນ ແລະ ບັນດາຄຸນສົມບັດອັນດີງາມຂອງເພີ່ນແມ່ນຍິ່ງໃຫຍ່ທີ່ສຸດ ບໍ່ມີຄຳໃດພັນລະນາເຖິງຖອງໄດ້. ເພີ່ນໄດ້ປະກອບສ່ວນອັນໃຫຍ່ຫລວງຫລາຍຢ່າງ ແລະ ຍິ່ງໃຫຍ່ໃຫ້ແກ່ພາລະກິດຕໍ່ສູ້ເພື່ອເອກະລາດຂອງຊາດ, ເພື່ອປະຊາທິປະໄຕ ແລະ ສັນຕິພາບ, ເພື່ອຄວາມກ້າວຫນ້າສັງຄົມຂອງຍຸກສະໄຫມປະຈຸບັນ. ບົດຂຽນ ໄດ້ຍ້ອງຍໍ ປະທານໂຮ່ຈິມີນ ແມ່ນອາຈານ ແລະ ແມ່ນຜູ້ນຳທີ່ຍິ່ງໃຫຍ່ຂອງການປະຕິວັດຫວຽດນາມ, ແມ່ນເພື່ອນສະຫນິດສະຫນົມຂອງທຸກປະເທດຖືກກົດຂີ່ຂູດຮີດ ແລະ ຂອງມວນມະນຸດກ້າວຫນ້າໃນທົ່ວໂລກ.
ສ່ວນໃນຫນັງສືພິມສະບັບອອກ ເມື່ອວັນທີ 18 ພຶດສະພາ ກໍ່ໄດ້ສືບຕໍ່ລົງພິມບົດດ້ວຍຫົວຂໍ້: “ຮ່ຳຮຽນຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມີນ”, ຍ້ອງຍໍຄຸນສົມບັດໂຮ່ຈິມີນ ແມ່ນແບບຢ່າງເພື່ອຮ່ຳຮຽນປະຕິບັດຕາມ. ຕະຫລອດຊີວິດ, ເພີ່ນຕໍ່ສູ້ເພື່ອພາລະກິດປົດປ່ອຍຊົນຊັ້ນ, ປົດປ່ອຍຊາດ ແລະ ປົດປ່ອຍມວນມະນຸດ, ເພື່ອເອກະລາດ, ເສລີພາບ, ເພື່ອລັດທິສັງຄົມ ແລະ ລັດທິກອມມູນິດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top