• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ແກ້ໄຂຄວາມເສຍຫາຍຈາກ ພາຍຸ, ນ້ຳຖ້ວມຢູ່ບັນດາແຂວງເຂດພາກກາງ

      ຕາມການລາຍງານຂອງ ຫ້ອງການປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານ ໄພທຳມະຊາດ, ໄລ່ຮອດເວລາ 7 ໂມງເຊົ້າ (ຂອງວັນທີ 31 ຕຸລາ) ພາຍຸ Molave ແລະ ຝົນຕົກ, ນ້ຳຖ້ວມໄດ້ເຮັດໃຫ້ມີຜູ້ເສຍຊີວິດ 27 ຄົນ ແລະ 50 ຄົນຫາຍສາບສູນ.
   
ທ່ານຫວູເທ໊ກິ໋ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມເຂົ້າຮ່ວມລາຍການສະແດງສິລະປະກຸສົນ “ມຸ່ງໄປເຖິງພາກກາງ”
      ສະເພາະແຂວງກ໋ວາງນາມ ມີຈຳນວນຜູ້ເສຍຊີວິດ ແລະ ຫາຍສາບສູນຫຼາຍກ່ວາໝູ່ ໃນບັນດາທ້ອງຖິ່ນຕ່າງ. ຝົນຕົກນ້ຳຖ້ວມໄດ້ເຮັດໃຫ້ປະຊາຊົນປະມານ 3000 ຄອບຄົວຢູ່ ຕາແສງ ເຝືອກລົກ ແລະ ເຝືອກແທັງ ແຂວງກ໋ວາງນາມຖືກຕັດຂາດຈາກສັງຄົມ ມາແຕ່ວັນທີ 28 ຕຸລາ ຈົນມາຮອດປັດຈຸບັນ.
            ຕໍ່ໜ້າສະພາບການດັ່ງກ່າວ, ວຽກງານກູ້ໄພພວມໄດ້ຕັ້ງໜ້າຜັນຂະຫຍາຍຢູ່ແຂວງ ກ໋ວາງນາມ. ຕອນເຊົ້າ ວັນທີ 31 ຕຸລາ, ຢູ່ກອງບັນຊາການແນວໜ້າຢູ່ເມືອງ ບັກຈ່າມີ (ແຂວງກ໋ວາງນາມ), ທ່ານພົນຕີ ທ໊າຍດ້າງງອກ, ຜູ້ບັນຊາການທະຫານເຂດ 5 ໄດ້ຊີ້ນຳເພີ່ມທະວີກຳລັງຍູ້ໄວຄວາມຄືບໜ້າໃນການຊອກຫາຜູ້ຫາຍສາບສູນ ພ້ອມທັງຮັບປະກັນຄວາມປອດໄພຢ່າງເດັດຂາດໃຫ້ແກ່ກຳລັງເຂົ້າຮ່ວມການຊອກຫາ.
            ໃນຄວາມມານະພະຍາຍາມຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ບັນດາແຂວງພາກກາງທີ່ຖືກຜົນສະທ້ອນຈາກໄພທຳມະຊາດ, ຕອນຄ່ຳວັນທີ 30 ຕຸລາ, ຢູ່ໂຮງລະຄອນວິທະຍຸກະຈາຍສຽງຫວຽດນາມ ຮ່າໂນ້ຍ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດຕັ້ງລາຍການສະແດງສິລະປະກຸສົນ “ມຸ່ງໄປເຖິງພາກກາງ”. ລາຍການໄດ້ຮັບການບໍລິຈາກເງິນເກືອບ 13 ຕື້ ດົ່ງ (ປະມານ 560.000 USD) ຈາກຜູ້ມີໃຈບຸນໃຈກຸສົນ.
(ແຫຼ່ງຄັດຈາກ VOV)
 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top