• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສີລັງການ ຮັບຮອງເອົາ ຂໍ້ຕົກລົງຂາຍທ່າກຳປັ່ນໃຫ້ແກ່ ຈີນ

      ວັນທີ 25 ກໍລະກົດ, ລັດຖະບານ ສີລັງກາ ໄດ້ຮັບຮອງເອົາຂໍ້ຕົກລົງທີ່ຖືກໂຈະໄວ້ໃນໄລຍະຍາວ ກ່ຽວກັບເລື່ອງຂາຍ 70% ຫຸ້ນສວນຢູ່ ທ່າກຳປັ່ນ ໂດຍຈີນ ກໍ່ສ້າງ ລວມມູນຄ່າ 1,2 ຕື້  USD ໃຫ້ແກ່ຈີນ. 

ພາບປະກອບ
      ທ່ານ ລັດຖະມົນຕີ ທ່າກຳປັ່ນ ແລະ ຂົນສົ່ງທາງທະເລ ສີລັງກາ Mahinda Samarasinghe ໃຫ້ຮູ້ວ່າ: ຄະນະລັດຖະບານໄດ້ຮັບຮອງເອົາຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງ ອົງການຄຸ້ມຄອງທ່າກຳປັ່ນ ສີລັງກາ ແລະ ບໍລິສັດ Merchants Holding Co ຂອງຈີນ ເມື່ອທ້າຍອາທິດຜ່ານມາ. ຕາມທ່ານ Samarasinghe ແລ້ວ, ບໍລິສັດຂອງຈີນ ຈະຮັບຜິດຊອບບັນດາການເຄື່ອນໄຫວດ້ານການຄ້າ ແລະ  ລົງທຶນ 1,12 ຕື້  USD ເຂົ້າທ່າກຳປັ່ນ ຕັ້ງຢູ່ມໍ່ກັບບັນດາເສັ້ນທາງທະເລທີ່ສຳຄັນນີ້.
ໂດຍຕັ້ງຢູ່ທີ່ຕັ້ງຍຸດທະສາດທາງທິດໃຕ້ ສີລັງກາ, ທ່າກຳປັ່ນ Hambantota ມີຄວາມສາມາດບົ່ມຊ້ອນກາຍເປັນສ່ວນຫນຶ່ງສຳຄັນໃນສາຍພົວພັນດ້ານການຄ້າທາງທະເລສາກົນ ເຊື່ອມຕໍ່ ອາຊີ ແລະ ຕາເວັນອອກກາງ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top