• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສິລະປະຂັບບາຍຈອຍພາກກາງ ຫວຽດນາມ

ຕອນຄ່ຳວັນທີ 05 ພຶດສະພາ, ທີ່ນະຄອນ ກີວເຍີນ, ແຂວງ ບີງດິງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີມອບໃບຍ້ອງຍໍຂອງ UNESCO ຮັບຮູ້ “ສິລະປະຂັບ ບາຍຈອຍ ພາກກາງ ຫວຽດນາມ” ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ.

ພິທີມອບໃບຍ້ອງຍໍຂອງ UNESCO ຮັບຮູ້ “ສິລະປະຂັບ ບາຍຈອຍ ພາກກາງ ຫວຽດນາມ” (ພາບ: ອິນເຕີແນັດ)

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ເລື່ອງ UNESCO ຮັບຮູ້ “ສິລະປະຂັບ ບາຍຈອຍ ພາກກາງ ຫວຽດນາມ” ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ ແມ່ນເຄື່ອງໝາຍແຫ່ງຊາດ ຊຶ່ງຖືກໂລກຮັບຮູ້, ຜ່ານນັ້ນ ປະກອບສ່ວນແນະນຳໃຫ້ເພື່ອນມິດສາກົນກ່ຽວກັບຄວາມດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ ແລະ ມີຄວາມເມດຕາປານີຂອງຊາວພາກກາງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

        “ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະພ້ອມກັບບັນດານັກສິລະປະກອນ, ນັກສິລະປິນ, ປະຊາຄົມປະຕິບັດມໍລະດົກ, ບັນດາອົງການຈັດຕັ້ງສູນກາງ ແລະ ທ້ອງຖິ່ນປະຕິບັດໂຄງການດຳເນີນງານລະດັບຊາດຢ່າງເຂັ້ມງວດ ແລະ ມີປະສິດທິຜົນ, ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ “ສິລະປະຂັບ ບາຍຈອຍ ພາກກາງ ຫວຽດນາມ” ຢ່າງໝັ້ນຄົງ, ກໍ່ຄືບັນດາມໍລະດົກອື່ນ ເຊິ່ງ UNESCO ໄດ້ຮັບຮອງເອົາ”.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ດ້ວຍ 12 ມໍລະດົກວັດທະນະທຳບໍ່ເປັນວັດຖຸ ເຊິ່ງ UNESCO ໄດ້ຮັບຮອງເອົານັ້ນ, ຫວຽດນາມ ພວມຢືນອັນດັບທີ 8/177 ປະເທດສະມາຊິກຂອງສົນທິສັນຍາອະນຸລັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸ. ສິ່ງດັ່ງກ່າວ ມີຄວາມໝາຍຍິ່ງໃຫຍ່ ປະກອບສ່ວນເພີ່ມພຸນຄຸນສ້າງນ້ຳໃຈແຫ່ງຊາດ, ຮັກສາຮີດຄອງປະເພນີ, ຖ່າຍທອດພູມປັນຍາ ແລະ ຝາກຝັງເຖິງອະນາຄົດ.

(ແຫຼ່ງຄັດຈາກ VOV)


ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top