12/05/2020 15:27 GMT+7 Email Print Like 0

ສາລາ ບູຮານ ດິ່ງບ໊າງ

ເປັນໂຄງສ້າງທາງສາຖະປັດຕະຍະກຳບູຮານທີ່ໃຫຍ່ໂຕ ຊຶ່ງມີຄຸນ ຄ່າທາງສິລະປະ ການຕົບແຕ່ງໄມ້ມູນເຊື້ອທີ່ເປັນເອກະລັກສະ ເພາະ, ສາລາບູຮານ ດິ່ງບ໊າງ (ຕາແສງ ຕື່ເຊີນ, ແຂວງ ບັກນິງ) ແຕ່ໃດມາ ໄດ້ຖືວ່າ ເປັນໜຶ່ງໃນສາລາສາມແຫ່ງ ທີ່ງາມທີສຸດ ໃນ ແຂວງ ບັກນິງ. 
ສາລາບູຮານ ດິ່ງບ໊າງ ຕັ້ງຢູ່ເຂດທົ່ງພຽງແມ່ນຳ້ແດງ, ລຽບຕາມ ເສັ້ນທາງຫຼວງແຫ່ງຊາດ ເລກ 1A, ຫ່າງຈາກນະຄອນຫຼວງ ຮ່າ ໂນ້ຍ ໄປທາງທິດເໜືອ ປະມານ 20 ກິໂລແມັດ. ຕາມບັນທຶກ ປະ ຫວັດສາດ, ສາລາບູຮານ ດິ່ງບ໊າງ ໄດ້ລົງມືກໍ່ສ້າງ ແຕ່ປີ 1700 ແລະ ສ້າງສໍາເລັດໃນປີ 1736. ຜູ້ລິເລີ່ມຄວາມຄິດ ສ້າງສາລາ ແຫ່ງນີ້ ໃນເບື້ອງຕົ້ນ ແມ່ນເຈົ້ານາຍຄົນໜຶ່ງ ຢູ່ ດິ່ງບ໊າງ ມີຊື່ວ່າ ຫງວຽນຖາກເລືອງ ແລະ ພັນລະຍາ ມີຊື່ວ່າ ຫງວຽນທິຫງວຽນ ພ້ອມດ້ວຍປະຊາຊົນ ຢູ່ໃນເຂດ ໄດ້ພ້ອມກັນປະກອບ ເງິນຄຳ ເຫື່ອແຮງ ເພື່ອສ້າງສາລາແຫ່ງນີ້ ຂຶ້ນມາ.

ເບິ່ງຂ້າງນອກ, ສາລາ ດັ່ງກ່າວ ມີຂະໜາດໃຫຍ່ສູງ ຊຶ່ງລວມມີ ຫໍ ສາລາໃຫຍ່ ເຊື່ອມຕໍ່ກັບວັງໃນ. ຫໍສາລາໃຫຍ່ ມີສາຖາປັດຕະຍະ ກຳ ແບບເຮືອນຮ້ານ ມີຮູບສີ່ຫຼ່ຽມສາກ ມີລວງຍາວ 20 ແມັດ, ລວງກວ້າງ 14 ແມັດ, ແບ່ງເປັນ 7 ຫ້ອງ ຕັ້ງຢູ່ເທິງຫີນຂຽວ ຢ່າງ ໝັ້ນຄົງ ດ້ວຍແຖວເສົາ ໄມ້ດູ່ ຂະໜາດໃຫຍ່, ນ້ອຍ ມີເສັ້ນ ຜ່າ ກາງແຕ່ 0,5- 0,6 ແມັດ. ຄວາມໃຫຍ່ໂຕ ຂອງ ຫໍສາລາ ດັ່ງກ່າວ ຍັງໄດ້ສະແດງໃຫ້ເຫັນ ຢູ່ ສ່ວນຫຼັງຄາໂຄ້ງແຜ່ກວ້າງ ແລະ ຍື່ນ ອອກໄປໄກ ທີ່ບໍ່ຄ່ອຍ ເຫັນອີກດ້ວຍ.



ສາລາ ບູຮານ ດິ່ງບ໊າງ ຕັ້ງຢູ່ ບ້ານ ດິ່ງບ໊າງ, ຕາແສງ ຕື່ເຊີນ, ແຂວງ ບັກນິງ. 


ຝາກັ້ງ ຫໍສາລາໃຫຍ່ ໄດ້ຮັບການແກະສະຫຼັກ ຢ່າງປານີດ ແນບນຽນ. 


ປະຕູໄມ້ ທັງສອງບານ ມີຂະໜາດໃຫຍ່ທີສຸດ ຢູ່ຫໍສາລາ. 


ຫໍສາລາ ໄດ້ຕັ້ງຢູ່ເທິງຫີນຂຽວ ຢ່າງໝັ້ນຄົງ ດ້ວຍແຖວເສົາ ໄມ້ດູ່ ຂະໜາດໃຫຍ່ 60 ເສົາ.


ບັນດາລາຍດອກທີ່ຖືກ ຟອກຄຳ ໄດ້ຮັບການຕົບແຕ່ງ ຢູ່ເທິງສ່ວນເພດານ ຂອງຫໍສາລາໃຫຍ່. 


ທຸກສ່ວນ ຂອງ ຫໍສາລາໃຫຍ່ນີ້ ໄດ້ເຮັດຈາກໄມ້. 


ແຜ່ນພາບສະຫຼັກໄມ້ທີ່ລືຊື່: “ບ໋າດໝ໊າກ່ວນຟີ” (ມ້າ ແປດໂຕກຳລັງ ຄວບ-ໝາຍເຖິງ 8 ຮຸ່ນກະສັດ ສະໄໝລາດຊະວົງ ຫຼີ). 


ບັນດາປະຕູໄມ້ ຢູ່ຫໍສາລາໃຫຍ່. 


ມູມໜຶ່ງ ຂອງ ຝາບັງ ທີ່ໄດ້ຮັບການສະຫຼັກ ຢ່າງປານີດ ແນບນຽນ ຢູ່ຫໍສາລາໃຫຍ່ ທີ່ ໝູ່ບ້ານ ດິ່ງບ໊າງ. 


ລາຍດອກທີ່ຖືກຕົບແຕ່ງຮູບມັງກອນ. 


ບັນດາລວດລາຍ ທີ່ໄດ້ຮັບການຕົບແຕ່ງຢ່າງ ສວຍງາມ ຢູ່ພາຍນອກ ຫໍສາລາໃຫຍ່. 


ສ່ວນຫຼັງຄາໂຄ້ງແຜ່ກວ້າງ ແລະ ຍື່ນອອກໄປໄກ ທີ່ບໍ່ຄ່ອຍເຫັນ ຢູ່ ຫວຽດນາມ


ມູມໜຶ່ງຢູ່ພາຍໃນຫໍສາລາໃຫຍ່. 


ໂຕໝາຫີນ ທີ່ເກົ່າແກ່ ຢູ່ເດີ່ນສາລາ. 


ບັນດາແຜ່ນພະລາຊະໂອງການວ່າດ້ວຍປະດັບຍົດຢູ່ ໃນຫໍສາລາໃຫຍ່.

ເມື່ອກ້າວຜ່ານປະຕູໄມ້ ທັງສອງບານ ເຂົ້າໄປພາຍໃນ ຫໍສາລາ, ນັກທ່ອງທ່ຽວ ຈະມີຄວາມປະທັບໃຈຢ່າງຍິ່ງ ຍ້ອນຝາບັງ ຫ້ອງ ໂຖງຫຼັກ ດ້ວຍໄມ້ ມີ ເນື້ອທີ່ໃຫຍ່ທີສຸດ ແລະ ໄດ້ແກະສະຫຼັກ ຢ່າງ ພິຖີພິຖັນ. ບໍ່ພຽງແຕ່ເທົ່ານັ້ນ, ຖ້າມີເວລາ ນັກທ່ອງທ່ຽວ ຈະຍິ່ງມີ ຄວາມດຶງດູດໃຈ ຕໍ່ບັນດາຜົນງານ ແກະສະຫຼັກໄມ້ ນັບບໍ່ຖ້ວນ ຊຶ່ງ ມີຄວາມສວຍງາມແບບກົມກຽວກັນ ທີ່ມີຢູ່ ຫໍສາລາເຊັ່ນ: ແຜ່ນ ພາບ: “ບ໋າດໝ໊າກ່ວນຟີ” (ມ້າ ແປດໂຕກຳລັງ ຄວບ-ໝາຍເຖິງ 8 ຮຸ່ນກະສັດ ສະໄໝລາດຊະວົງ ຫຼີ) ທີ່ລືຊື່ ກັບມ້າ 8 ໂຕທີ່ກຳລັງ ຄວບຢ່າງບໍ່ຮ້ອນຮົນຢູ່ ເທິງທົ່ງຫຍ້າ, ຫົວມັງກອນ ກວ່າ 500 ຫົວ ຖືກແກະສະຫຼັກຢ່າງປານີດ ແນບນຽນ ຊຶ່ງບໍ່ມີຫົວໃດຄືກັບຫົວໃດ, ຫຼື ແຜ່ນພາບ “ຫງູ ລອງແຈງເຈົາ” (ເປັນສັນຍາລັກ ຕາງໜ້າ ໃຫ້ ແກ່ ຊື່ສຽງລິດທິອຳນາດ ແລະ ກຽດສັກສີ). ຈະບໍ່ມີຫຍັງທີ່ເປັນ ໜ້າງຶດງໍ້ ເມື່ອພາບ ແກະສະຫຼັກໄມ້ ຫຼາຍແຜ່ນ ທີ່ມີຢູ່ແຫ່ງນີ້ ໄດ້ ຖືວ່າ ເປັນບັນດາ ຜົນງານປະດິດແຕ່ງ ທີ່ເປັນຕົວແທນ ໃນສະ ຕະ ວັດທີ XVIII ຢູ່ ຫວຽດນາມ.

ສາລາບູຮານ ດິ່ງບ໊າງ ເປັນບ່ອນສັກກາລະບູຊາ ບັນດາມະເຫສັກ ຫຼັກເມືອງ ຂອງບ້ານ ຊຶ່ງລວມມີ “ກາວເຊີນ ດ້າຍເວືອງ (ຜີພູ), ຖຸຍບ໋າ ດ້າຍເວືອງ (ຜີນຳ້) ແລະ ແບ໋ກເລ້ ດ້າຍເວືອງ (ຜີປູກຝັງ). ນອກຈາກນັ້ນຍັງມີ 6 ຜູ້ ຕ່ຽນຮ່ຽນ ຊຶ່ງເປັນບັນດາຜູ້ທີ່ມີຄຸນຄວາມ ດີ ໃນການບຸກເບີກຖາກຖາງທີ່ດິນ, ຕັ້ງໝູ່ບ້ານ ໃນສະຕະ ວັດທີ XV ຫຼັງຈາກ ອົບພະຍົບ ຍ້ອນການຮຸກຮານ ຂອງສັດຕູ ພາຍນອກ ກໍໄດ້ ຮັບການສັກກາລະບູຊາ ພາຍໃນວັງ.

ດ້ວຍຄວາມສວຍງາມກ່ຽວກັບ ຂອບຂະໜາດ ດ້ານສະຖາ ປັດຕະ ຍະກຳ, ສິລະປະ ແກະສະຫຼັກ, ສິລະປະຕົບແຕ່ງ ແລະ ສິ່ງທີ່ມີຄ່າ ຍິ່ງກວ່ານັ້ນແມ່ນ ສາລາບູຮານ ດິ່ງບ໊າງ ເຮັດໃຫ້ນັກທ່ອງທ່ຽວ ມີ ມູມມອງ ຢ່າງຄົບຖ້ວນ ກ່ຽວກັບສະຖາປັດຕະຍະກຳ ຫໍສາລາ ຊຶ່ງ ໄດ້ຮັບການກໍ່ສ້າງ ໃນເຄິ່ງຕົ້ນ ສະຕະວັດທີ XVIII, ໃນຂະນະດຽວ ກັນ  ບັນດາຫໍສາລາແຫ່ງອື່ນໆ ບໍ່ສາມາດຮັກສາໄວ້ໄດ້ຮູບຊົງຄື ເກົ່າ. ສາລາ ບູຮານ ດິ່ງບ໊າງ ສົມເປັນ ສະຖານທີ່ທ່ອງທ່ຽວ ທີ່ບໍ່ ຄວນພາດ ສຳລັບຜູ້ທີ່ມາຍັງ ແຂວງ ບັກນິງ.

 
ບົດ ແລະ ພາບ: ຫວຽດເກື່ອງ
ບັນດາບົດທີ່ຖືກນຳສະເໜີ