• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສານອວຍພອນ 66 ປີແຫ່ງວັນສ້າງຕັ້ງພັກປະຊາຊົນກຳປູເຈຍ

      ເນື່ອງໃນໂອກາດສະເຫລີມສະຫລອງ 66 ປີແຫ່ງວັນສ້າງຕັ້ງພັກປະຊາຊົນ ກຳປູເຈຍ (28/6/1951- 28/6/2017), ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງສານ ອວຍພອນເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ກຳປູເຈຍ. 
ເນື້ອໃນສານມີຕອນຂຽນວ່າ: ໃນ 66 ປີຜ່ານມາ, ພັກປະຊາຊົນ ກຳປູເຈຍ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບ, ຍາດໄດ້ໄຊຊະນະສະຫງ່າລາສີໃນພາລະກິດຕໍ່ສູ້ຍາດເອົາເອກະລາດ, ກູ້ເອົາປະຊາຊົນ ແລະ ປະເທດ ກຳປູເຈຍ ພົ້ນອອກຈາກໄພດັບສູນ ແລະ ກໍ່ຕັ້ງປະເທດຊາດຄືນໃຫມ່, ປະຕິບັດແນວທາງສັນຕິພາບ, ປ່ອງດອງຊາດຢ່າງມີໄຊ, ຍາມໃດກໍ່ຮັກສາບົດບາດຫລັກແຫລ່ງໃນວິວັດການສ້າງສາ ແລະ ພັດທະນາປະເທດກຳປູເຈຍ. ພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມ ຂໍອວຍພອນໃຫ້ພັກປະຊາຊົນ ກຳປູເຈຍ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫລວງກວ່າໃນໄລຍະຈະມາເຖິງ, ອວຍພອນໃຫ້ພັກປະຊາຊົນກຳປູເຈຍ ຫາກໍ່ຍາດໄດ້ໄຊຊະນະໃນການເລືອກຕັ້ງສະພາຕາແສງ ຊຸດທີ 4. 
 (ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top