• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັນຍາ EVFTA: ເພີ່ມຄຸນນະພາບ ແລະ ສ້າງເຄື່ອງໝາຍການຄ້າໃຫ້ແກ່ຜະລິດຕະພັນກະເສດຫວຽດນາມ

      ສັນຍາການຄ້າເສລີຫວຽດນາມ – EU (EVFTA) ສ້າງໂອກາດຢ່າງໃຫ່ຍຫຼວງໃຫ້ແກ່ວິສາຫະກິດຍູ້ແຮງການສົ່ງອອກສິນຄ້າ, ຜະລິດຕະພັນກະເສດຫວຽດນາມ ເຂົ້າຕະຫຼາດ EU. ແຕ່ເຖິງຢ່າງໃດກໍ່ຕາມ, ຢາກນຳໃຊ້ບັນດາທ່າໄດ້ປຽບດ້ານພາສີອາກອນຢ່າງມີປະສິດທິຜົນ, ວິສາຫະກິດຕ້ອງຍົກສູງຄຸນນະພາບ ແລະ ສ້າງເຄື່ອງໝາຍການຄ້າ ໃຫ້ແກ່ຜະລິດຕະພັນກະເສດຫວຽດນາມ.
 
      ນີ້ແມ່ນການໃຫ້ຂໍ້ສັງເກດຂອງບັນດາຜູ້ແທນໃນກອງປະຊຸມສຳມະນາ “ເຮັດແນວໃດເພື່ອນຳໃຊ້ກາລະໂອກາດຂອງ EVFTA ແລະ ຍົກສູງຄວາມສາມາດຂອງວິສາຫະກິດກະສິກຳ ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ” ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ສາຂາຢູ່ນະຄອນໂຮ່ຈີມິນ ຈັດຂຶ້ນເມື່ອວັນທີ 24 ກໍລະກົດ.
   ທີ່ກອງປະຊຸມສຳມະນາ, ຕາມບັນດາຜູ້ຊ່ຽວຊານໄຈ້ແຍກແລ້ວ, ເຖິງວ່າໄດ້ມີຂໍ້ສະດວກດ້ານພາສີອາກອນກໍ່ຕາມ ແຕ່ເມື່ອເຂົ້າຕະຫຼາດ EU ໄດ້ແລ້ວ, ສິນຄ້າຂອງຫວຽດນາມ ຕ້ອງຕອບສະໜອງບັນດາມາດຖານດ້ານຄຸນນະພາບ, ເຕັກນິກຂອງຕະຫຼາດ EU. ຊາວກະສິກອນ, ວິສາຫະກິດກະສິກຳ ຕ້ອງສ້າງຜະລິດຕະພັນຕາມລະບົບ, ເພີ່ມສາຍສຳພັນລະຫວ່າງບັນດາຂອດຜະລິດ-ຂົນສົ່ງ-ປຸງແຕ່ງ-ຈຳໜ່າຍ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຊອກຫາແຫຼ່ງກຳເນີດ. ພ້ອມກັນນັ້ນ, ສ້າງເຄື່ອງໝາຍການຄ້າໃຫ້ມີຊື່ສຽງຢູ່ໃນລະດັບສາກົນ.
(ແຫຼ່ງຄັດຈາກ VOV)
 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top