• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັນຍາການຄ້າເສລີຫວຽດນາມ-ອີຢູອາດຈະສຳເລັດໃນປີ 2018

      ກອງປະຊຸມສຳມະນາກ່ຽວກັບສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA) ດຳເນີນໃນວັນທີ 1 ທັນວາ ຢູ່ ນະຄອນຫລວງ ປາຣີ ປະເທດ ຝລັ່ງ ໂດຍມີການເຂົ້າຮ່ວມຂອງຜູ້ຕາງຫນ້າກະຊວງອຸດສາຫະກຳການຄ້າ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ແລະ ຜູ້ຕາງຫນ້າກຸ່ມບໍລິສັດ, ບໍລິສັດ ຝລັ່ງ ແລະ ເອີລົບ ເປັນຈຳນວນຫລວງຫລາຍ. 

ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ເຈີນກວັກແຄງ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ
ພາບ:Vietnam+
      ທີ່ກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ເຈີນກວັກແຄງ ໃຫ້ຮູ້ວ່າ: ພາຍຫລັງເຫັນດີຈະສິ້ນສຸດການເຈະລຈາ ໃນທ້າຍປີ 2015, ຫວຽດນາມ ແລະ ສະຫະພາບເອີລົບ ພວມດຳເນີນວິວັດການສຳເລັດດ້ານພາສາ ແລະ ກົດໝາຍໃຫ້ແກ່ຂໍ້ຕົກລົງ, ພາຍຫລັງນັ້ນຈະຍື່ນສະເຫນີຕໍ່ຂັ້ນສູງກວ່າໃນຕົ້ນປີ 2018 ເພື່ອກະກຽມໃຫ້ວິວັດການລົງນາມຢ່າງເປັນທາງການ ແລະ ໃຫ້ສັດຕະຍາບັນ.
      ສ່ວນທ່ານ Raffaele Mauro Petriccione, ຮອງຜູ້ອຳນວຍການໃຫຍ່ອົງການການຄ້າຂອງ ຄະນະກຳມະການເອີລົບ, ຫົວຫນ້າຄະນະເຈລະຈາ ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບໃຫ້ຮູ້ວ່າ: EVFTA ຈະໄດ້ຮັບການລົງນາມ ແລະ ອາດຈະຮັບຮອງເອົານັບແຕ່ນີ້ຮອດທ້າຍປີ 2018. ເຖິງຢ່າງໃດກໍຕາມ ທ່ານຍັງຕັກເຕືອນວ່າ ວິວັດການຮັບຮອງເອົາອາດຈະແກ່ຍາວ ຍ້ອນ ອີຢູແມ່ນກຸ່ມການຄ້າດ້ວຍຫລາຍປະເທດສະມາຊິກ. 
 (ແຫຼ່ງຄັດຈາກ VOV)

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວູ​ຫ໋າຍກວນ ໃຫ້​ຮູ້​ວ່າ ຫົວ​ຂໍ້ “ພັດ​ທະ​ນາ​ການ​ເຊື່ອມ​ຕໍ່​ແບບ​ອັດ​ສະ​ລິ​ຍະ, ຄຸ້ມ​ຄອງ AI, ສ້າງ​ສັນ​ການ​ຫັນ​ເປັນ​ AI” ສ່ອງ​ແສງ​ສາມ​ບຸ​ລິ​ມະ​ສິດ​ທີ່​ມີ​ການ​ເຊື່ອມ​ຕໍ່​ ນຳ​ກັນ ຢ່າງ​ແໜ້ນ​ແຟ້ນ.

Top