• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັກວັກຊິນກັນໂຄວິດ-19 ດ້ວຍຂອບຂະໜາດໃຫຍ່ສຸດໃນປະຫວັດສາດຂອງຫວຽດນາມ

      ບັ້ນເຄື່ອນໄຫວສັກວັກຊິນກັນໂຄວິດ-19 ຢູ່ຫວຽດນາມ ຄັ້ງນີ້ແມ່ນບັ້ນເຄື່ອນໄຫວມີຂອບຂະໜາດໃຫຍ່ທີ່ສຸດໃນປະຫວັດສາດສັກວັກຊິນຢູ່ຫວຽດນາມ.
ການສັກວັກຊິນຢູ່ບັນດາສະຖານທີ່ສັກວັກຊິນຈະໄດ້ຮັບການຄວບຄຸມຢ່າງແໜ້ນແຟ້ນກວ່າ
(ພາບປະກອບ: TTXVN)
      ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທງລອງ ໄດ້ເນັ້ນໜັກຄືແນວນັ້ນທີ່ກອງປະຊຸມຜັນຂະຫຍາຍບັ້ນເຄື່ອນໄຫວສັກວັກຊິນກັນໂຄວິດ-19 ທົ່ວປະເທດ, ເຊິ່ງດຳເນີນໃນຕອນບ່າຍວັນທີ 15 ມິຖຸນາ, ຢູ່ຮ່າໂນ້ຍ. ທ່ານລັດຖະມົນຕີໃຫ້ຮູ້ວ່າ, ໃນໄລຍະຜ່ານມາ ກະຊວງສາທາລະນະສຸກ ໄດ້ມານະພະຍາຍາມຊອກຫາ, ແລກປ່ຽນ, ເຈລະຈາເພື່ອມີແຫຼ່ງສະໜອງວັກຊິນກັນໂຄວິດ-19 ນຳເຂົ້າ ແລະ ຍູ້ແຮງການຄົ້ນຄວ້າ, ຜະລິດວັກຊິນຢູ່ພາຍໃນປະເທດ. ປະຈຸບັນ, ທາງກະຊວງພວມຊອກຫາວັກຊິນຈາກບັນດາແຫຼ່ງສະໜອງວັກຊິນໃນທົ່ວໂລກ ເພື່ອບັນລຸໄດ້ເປົ້າໝາຍໃຫ້ມີວັກສິນກັນໂຄວິດ-19 ຈຳນວນ 150 ລ້ານໂດສ.
        ມີຈຸດໃໝ່ຂອງບັ້ນເຄື່ອນໄຫວສັກວັກຊິນໃນຄັ້ງນີ້ ເຊິ່ງທ່ານລັດຖະມົນຕີ ຫງວຽນແທງລອງ ເນັ້ນໜັກເຖິງນັ້ນແມ່ນ ຈັດຕັ້ງການສັກວັກຊິນຢູ່ບັນດາສະຖານທີ່ສັກວັກຊິນຈະໄດ້ຮັບການຄວບຄຸມຢ່າງແໜ້ນແຟ້ນກວ່າຜ່ານລະບົບບໍລິຫານສັກວັກຊິນອອນລາຍ. ທ່ານລັດຖະມົນຕີກໍ່ຢືນຢັນວ່າ, ທຸກຂັ້ນຕອນສັກວັກຊິນໃນປະຈຸບັນໄດ້ຮັບການກວດກາຄືນ ດ້ວຍທັດສະນະທີ່ວ່າ “ສັກວັກຊິນຮອດໄສ ແມ່ນປອດໄພຮອດນັ້ນ”.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top