• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ເຫຼີມ​ສະຫຼອງ 72 ປີ ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄ​ະ -ນັ​ກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່ ໂປ​ໂລຍ

ຕອນຄ່ຳວັນທີ 27 ກໍລະກົດ, ຢູ່ນະຄອນ Warsaw, ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ແລະ ສະໂມສອນນັກຮົບເກົ່າ ຫວຽດນາມ ປະຈຳ ໂປໂລຍ ໄດ້ເປັນກຽດຈັດຕັ້ງ ພິທີສະເຫຼີມສະຫຼອງ 72 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (ວັນທີ 27 ກໍລະກົດ 1947 – 27 ກໍລະກົດ 2019).

ງານວາງສະແດງຮູບພາບຂອງ ພົນເອກ ວໍຫງວຽນຢາບ ແລະ ແມ່ຫວຽດນາມວິລະຊົນ (ພາບ: TTXVN)
 

ໂດຍມີການເຂົ້າຮ່ວມ ຂອງຜູ້ຕາງໜ້າສະໂມສອນນັກຮົບເກົ່າ ຫວຽດນາມ, ທະຫານເສຍອົງຄະ ແລະ ຍາດພີ່ນ້ອງຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອ  ຊາດທີ່ພວມດຳລົງຊີວິດຢູ່ ໂປໂລຍ ເປັນຈຳນວນຫຼວງຫຼາຍ ແລະ ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂປໂລຍ ຫວູດັ້ງຢຸງ ແລະ ພັນລະຍາພ້ອມກັບພະນັກງານສະຖານທູດ, ທູດການທະຫານ ຫວຽດນາມ ປະຈຳ ໂປໂລຍ.

        ກ່າວຄຳເຫັນໄຂພິທີ, ທ່ານ ຫວູດັ້ງຢຸງ ໄດ້ຊີ້ແຈ້ງຄວາມໝາຍ ແລະ ຈຸດປະສົງຂອງວັນທະຫານ ເສຍອົງຄະ - ນັບຮົບເສຍສະຫຼະຊີວິດເພື່ອຊາດ ດ້ວຍຈິດໃຈ ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ ແລະ ນ້ຳໃຈສະແດງຄວາມຮູ້ບຸນຄຸນ, ພ້ອມທັງຈາລຶກຄູນງາມຄວາມດີອັນຍິ່ງໃຫຍ່ຂອງບັນດານັບຮົບທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ບັນດາຄອບຄົວຂອງທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ມີຕໍ່ປະເທດຊາດ. ທ່ານ ເອກອັກຄະລັດຖະທູດກໍ່ເນັ້ນໜັກວ່າ ຕ້ອງມີຫຼາຍການເຄື່ອນໄຫວອັນແທດຈິງຕື່ມອີກຫຼາຍຢ່າງເພື່ອຮູ້ບູນຄຸນຂອງບັນດາທະຫານເສຍອົງຄະ ແລະ ແມ່ຫວຽດນາມ ວິລະຊົນ ແລະ ຍາດພີ່ນ້ອງ, ຄອບຄົວນັບຮົບທີ່ເສຍສະຫຼະຊີວິດເພື່ອຊາດທີ່ພວມດຳລົງຊີວິດຢູ່ ໂປໂລຍ ກໍ່ຄືພາຍໃນປະເທດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top