• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ ກໍ​າ​ປູ​ເຈຍ ຮັ​ບ​ຮອງ​ເອົາ​ອະ​ນຸ​ສັນ​ຍາ​ກ່ຽວ​ກັບວຽກ​ງານ​ຂີດ​​ຂັ້ນປັກຫຼັກ​ໝາຍ​ຊາຍ​ແດນ​​ທາງ​ບົກ​ກັບ ຫວຽດ​ນາມ

ວັນທີ 2 ພະຈິກ, ສະພາແຫ່ງຊາດ ກຳປູເຈຍ ໄດ້ໃຫ້ສັດຕະຍາບັນກ່ຽວກັບໝາກຜົນວຽກງານຂີດຂັ້ນປັກຫຼັກໝາຍ 84% ໃນເສັ້ນຊາຍແດນທາງບົກລະຫວ່າງ ກຳປູເຈຍ ແລະ ຫວຽດນາມ.

ດ່ານຊາຍແດນ ໂມກບ່າຍ ແຂວງ ໄຕນິງ, ຫວຽດນາມ (ພາບ:baoquocte.vn)

ຂ່າວຈາກສະພາແຫ່ງຊາດ ກຳປູເຈຍ ໃຫ້ຮູ້ວ່າ ໃນວາລະປະຊຸມຄົບຄະນະທີ່ດຳເນີນໃນວັນທີ 2 ພະຈິກ, ສະມາຊິກລັດຖະສະພາ ກຳປູເຈຍ 116 ທ່ານໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍອະນຸສັນຍາເສັ້ນຊາຍແດນທາງບົກ ແລະ ວຽກງານຂີດຂັ້ນປັກຫຼັກໝາຍຊາຍແດນທາງບົກລະຫວ່າງສອງປະເທດ ທີ່ໄດ້ຍື່ນສະເໜີຕໍ່ສະພາລັດຖະມົນຕີ ກຳປູເຈຍ ແຕ່ວັນທີ 9 ຕຸລາ ຜ່ານມາ.

        ກ່ອນໜ້ານັ້ນ, ວັນທີ 27 ສິງຫາ ຜ່ານມາ, ທ່ານ Var Kimhong ລັດຖະມົນຕີຂັ້ນສູງ ຮັບຜິດຊອບ ຄະນະກຳມະການຊາຍແດນ ກຳປູເຈຍ ໄດ້ແຈ້ງໃຫ້ຊາບວ່າ ລັດຖະບານລາຊະອານາຈັກ ກຳປູເຈຍ ຈະສົ່ງແຜນທີ່ພູມສັນຖານຊາຍແດນ ເຊິ່ງ ກຳປູເຈຍ ແລະ ຫວຽດນາມ ໄດ້ຕົກລົງເປັນເອກະພາບກັນ ເຖິງ ສປຊ ເກັບຮັກສາ ເພື່ອໄດ້ຮັບການຮັບຮອງຈາກປະຊາຄົມສາກົນ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top