• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ໃນ​ຫວຽດ​ນາມ ແລະ ໃນ​ໂລກ

ຮອດເວລາ 6 ໂມງຂອງວັນທີ 7 ຕຸລາ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ. ດັ່ງນັ້ນ, ໄດ້ 35 ມື້ແລ້ວ ທີ່ຫວຽດນາມ ບໍ່ພົບຜູ້ ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກໃນຊຸມຊົນ. ຍອດຈຳນວນ ຜູ້ຕິດເຊື້ອພະຍາດ Covid – 19ໃນປະຈຸບັນ ແມ່ນ 1098 ຄົນ, ໃນນັ້ນມີ ຜູ້ໄດ້ຮັບການປິ່ນປົວຫາຍດີ 1028 ຄົນແລະ ມີຜູ້ເສຍຊີວິດ 35 ຄົນ.


ຮອດເວລາ 6 ໂມງຂອງວັນທີ 7 ຕຸລາ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ

(ພາບ: ກະຊວງສາທາລະນະສຸກ) 


ໃນເຫດການທີ່ກ່ຽວຂ້ອງວັນທີ 6 ຕຸລາ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ແລະ ບໍລິສັດການບິນ Vietjet ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຍີ່ປຸ່ນ ຈັດສົ່ງ ພົນລະເມືອງ ຫວຽດນາມ 220 ຄົນ ຈາກຍີ່ປຸ່ນກັບຄືນປະເທດຢ່າງປອດໄພ.

        ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 7 ຕຸລາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ກ່ວາ 36 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 1 ລ້ານຄົນ, ອາເມລິກາຍັງຄົງແມ່ນປະເທດໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດ Covid – 19, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 14 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 14 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 06 ພະຈິກ, ຢູ່ຮ່າໂນ້ຍ, ກອງປະຊຸມຄັ້ງທີ 14 ຄະນະບໍລິຫານງານສູນກາງພັກຊຸດທີ XIII (ກອງປະຊຸມສູນກາງ 14) ໄດ້ອັດລົງພາຍຫຼັງການເຮັດວຽກເປັນເວລາ 2 ວັນ ໂດຍໄດ້ເຫັນດີເປັນເອກະພາບຫຼາຍເນື້ອໃນສຳຄັນ.

Top