• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ໃນ​ທົ່ວ​ໂລກ

ຕາມເວັບໄຊສະຖິຕິ Worldometers.info, ໄລ່ຮອດຕອນເວລາ 8 ໂມງ ຕອນເຊົ້າວັນທີ 20 ເມສາ (ຕາມເວລາ ຫວຽດນາມ), ໃນທົ່ວໂລກມີຈຳນວນຜູ້ຕິດເຊື້ອພະຍາດ Covid - 19 ແມ່ນ 2.407.294 ຄົນ ແລະ ມີຜູ້ເສຍຊີວິດ 165.049 ຄົນ. ໂລກລະບາດ Covid – 19 ໄດ້ແຜ່ລາມອອກສູ່ 210 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ.

ພາບປະກອບ (ພາບ: TTXVN) 

ອາເມລິກາສືບຕໍ່ແມ່ນໃຈກາງເກີດໂລກລະບາດດ້ວຍຈຳນວນຜູ້ເສຍຊີວິດກາຍຈຳນວນ 40.000 ຄົນ. ປັດຈຸບັນ, ຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໃນທົ່ວປະເທດ ອາເມລິກາແມ່ນ 764.303 ຄົນ, ກວມເອົາກວ່າ 31% ຍອດຈຳນວນຜູ້ຕິດເຊື້ອໃນທົ່ວໂລກ.

ໂລກລະບາດ Covid – 19 ຢູ່ເອີລົບໄດ້ລືນກາຍລະດັບໃໝ່ຢ່າງເປັນທາງການ ໃນວັນທີ 19 ເມສາ ເມື່ອ ຈຳນວນຜູ້ຕິດເຊື້ອຢູ່ທະວີບນີ້ກາຍຕົວເລກ 1ລ້ານ ແລະ ຈຳນວນຜູ້ເສຍຊີວິດກາຍຕົວເລກ 100.000  ຄົນ. 2ປະເທດທີ່ໄດ້ຮັບຜົນສະທ້ອນໜັກໜ່ວງທີ່ສຸດຈາກໂລກລະບາດ Covid – 19 ຢູ່ເອີລົບແມ່ນ ແອັດສະປາບ ແລະ ອີຕາລີ.

 (ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top