• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອກົມໃຫຍ່ສືບລາຊະການລັບປ້ອງກັນຊາດ

ໃນຕະຫລອດ 75 ປີຜ່ານມາ, ກົມໃຫຍ່ສືບລາຊະການລັບປ້ອງກັນຊາດ ໄດ້ປະຕິບັດສຳເລັດໜ້າທີ່ຄວາມຮັບຜິດຊອບສຳຄັນຂອງອົງການສືບລາຊະການລັບຍຸດທະສາດຂອງພັກ, ລັດ, ອົງການສືບລາຊະການລັບສະເພາະຂະແໜງຂອງຄະນະພັກການທະຫານສູນກາງ ແລະ ກະຊວງປ້ອງກັນປະເທດ. 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

ວັນທີ 23 ຕຸລາ, ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີຮັບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນໜຶ່ງ ແລະ ສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອກົມໃຫຍ່ສືບລາຊະການລັບປ້ອງກັນຊາດ - ກະຊວງປ້ອງກັນປະເທດ ຫວຽດນາມ (25/10/1945 – 25/10/2020), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ໃນຕະຫລອດ 75 ປີຜ່ານມາ, ກົມໃຫຍ່ສືບລາຊະການລັບປ້ອງກັນຊາດ ໄດ້ປະຕິບັດສຳເລັດໜ້າທີ່ຄວາມຮັບຜິດຊອບສຳຄັນຂອງອົງການສືບລາຊະການລັບຍຸດທະສາດຂອງພັກ, ລັດ, ອົງການສືບລາຊະການລັບສະເພາະຂະແໜງຂອງຄະນະພັກການທະຫານສູນກາງ ແລະ ກະຊວງປ້ອງກັນປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຊື່ອໝັ້ນວ່າ ດ້ວຍປະຫວັດຄວາມເປັນມາ, ມູນເຊື້ອອັນສະຫງ່າລາສີໃນ 75 ປີຜ່ານມາ, ພ້ອມກັບຄວາມສາມາດບົ່ມຊ້ອນ ແລະ ທ່າແຮງພວມມີຢູ່ແລ້ວ, ຫົມໃຫຍ່ສືບລາຊະການລັບປ້ອງກັນຊາດ ຈະນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ປະຕິບັດທຸກໜ້າທີ່ໄດ້ຮັບມອບໝາຍໃຫ້ສຳເລັດຜົນ, ຍາມໃດກໍ່ແມ່ນກຳລັງສຳຄັນ, ໄດ້ຮັບຄວາມໄວ້ເນື້ຶ້ອເຊື່ອໃຈເປັນພິເສດ, ສົມກັບຄວາມເຊື່ອໝັ້ນ, ຄວາມຮັກແພງຂອງພັກ, ລັດ, ກອງທັບ ແລະ ປະຊາຊົນຕະຫລອດໄປ.
(ແຫຼ່ງຄັດຈາກ VOV)

ປະຊາຄົມສາກົນໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ

ປະຊາຄົມສາກົນໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ

ຕໍ່ໜ້າຄວາມເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸຫຼາຍລູກ ແລະ ສະພາບນ້ຳຖ້ວມແກ່ຍາວຢູ່ ຫວຽດນາມ, ພິເສດແມ່ນຢູ່ທາງພາກກາງ, ປະຊາຄົມສາກົນໄດ້ມີການກະທຳຢ່າງວ່ອງໄວເພື່ອໜູນຊ່ວຍໂດຍດ່ວນ.

Top