• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງວັນແພດໝໍຫວຽດນາມ 27 ກຸມພາ: ສະແດງຄວາມຮູບຸນຄຸນບັນດາແພດ​ໝໍ

ຕອນຄ່ຳວັນທີ 26 ກຸມພາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເຊີດຊູແພດໝໍໜຸ່ນນະຄອນຫຼວງທີ່ດີເດັ່ນ ແລະ ມອບລາງວັນ ດັ້ງຖຸຍເຈີມ ຄັ້ງທີ 4 ປີ 2018.


ສະເຫຼີມສະຫຼອງວັນແພດໝໍຫວຽດນາມ 27 ກຸມພາ: ສະແດງຄວາມຮູບຸນຄຸນບັນດາແພດໝໍ

(ພາບ: TTXVN)

ດ້ວຍການເຂົ້າຮ່ວມຂອງແພດໝໍໜຸ່ມທີ່ດີເດັ່ນ, ພ້ອມກັບຄະນະຊາວໜຸ່ມ, ຊາວໜຸ່ມນະຄອນຫຼວງເກືອບ 400 ຄົນ. ພິທີເຊີດຊູດັ່ງກ່າວແມ່ນເພື່ອແນໃສ່ເຊີດຊູບັນດາພະຍາບານ, ແພດໝໍໜຸ່ມທີ່ດີເດັ່ນ ເຊິ່ງແມ່ນໜຶ່ງໃນບັນດາກຳລັງຊາວໜຸ່ມທີ່ໄດ້ມີການປະກອບສ່ວນສຳຄັນຫຼາຍຢ່າງເຂົ້າໃນພາລະກິດພັດທະນາວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາວະຊົນນະຄອນຫຼວງ. ໃນຂອບເຂດຂອງລາຍການຄະນະຊາວໜຸ່ມນະຄອນ, ສະຫະພັນຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ສະຫຼຸບວຽກງານຂອງສະມາຄົມແພດໝໍໜຸ່ມນະຄອນຮ່າໂນ້ຍ ປີ 2017; ເຊີດຊູ ແລະ ມອບໃບຍ້ອງຍໍໃຫ້ບັນດາແພດໝໍໜຸ່ມນະຄອນຫຼວງທີ່ດີເດັ່ນ.

        ແລະກໍ່ໃນວັນດຽວກັນ, ຄະນະປະຕິບັດງານຄະນະໂຄສະນາສຶກສາສູນກາງ ໂດຍທ່ານຮອງຫົວໜ້າຜູ້ປະຈຳການຄະນະໂຄສະນາສຶກສາສູນກາງ ວໍວັນຟວງ ນຳໜ້າ, ໄດ້ໄປຢ້ຽມຢາມ ແລະ ອວຍພອນບັນດາແພດໝໍຢູ່ໂຮງໝໍພະຍາດເຂດຮ້ອນນະຄອນໂຮ່ຈິມິນ. ຢູ່ທີ່ນີ້, ທ່ານ ວໍວັນຟວງ ປາດຖະໜາວ່າ, ຖັນແຖວພະຍາບານ, ແພດໝໍ, ພາລະກອນຢູ່ໂຮງໝໍ ຈົ່ງສືບຕໍ່ປະຕິບັດໜ້າທີ່ທີ່ໄດ້ມອບໝາຍໃຫ້ເປັນຢ່າງດີ, ປະກອບສ່ວນເຂົ້າໃນພາລະກິດສົ່ງເສີມສຸຂະພາບປະຊາຊົນ…

(ແຫຼ່ງຄັດຈາກ VOV)


ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top