• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫະປະຊາຊາດເຊີນລັດຖະບານຊີຣີເຂົ້າຮ່ວມຮອບເຈລະຈາສັນຕິພາບໃໝ່


(ພາບປະກອບ:Reuters)

      ວັນ​ທີ 31/07 ຮອງ​ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ ຊີຣີ ທ່ານ Ramzy Ezzeldin Ramzy ​ໄດ້​ເຊີນ​ລັດຖະບານ ຊີຣີ ​ເຂົ້າ​ຮ່ວມ​ບັນດາ​ການ​ເຈລະຈາ​ສັນຕິພາບ​ໃໝ່ກັບ​ກຳລັງຝ່າຍ​ຄ້ານ​ຢ່າງ​ເປັນ​ທາງ​ການ ​ເຊິ່ງຄາດ​ຄະ​ເນວ່າ ຈະ​ດຳ​ເນີນ​ໃນ​ທ້າຍ​ເດືອນ 8 ນີ້. ກ່າວຄຳ​ເຫັນ​ພາຍຫລັງ​ການ​ພົບປະ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຊີຣີ Walid Muallem ຢູ່ Damascus, ທ່ານຮອງທູ​ດພິ​ເສດ Ramzy Ramzy ​ໃຫ້​ຮູ້​ວ່າ: 2 ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ແຜນການ​ເຊື່ອມ​ຕໍ່​ການ​ເຈລະຈາ​ຄືນ​ໃໝ່, ວິວັດ​ຂ້າມ​ຜ່ານ​ດ້ານ​ການ​ເມືອງ ເຊິ່ງ​ໄດ້ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກສະພາ​ຄວາມ​ໝັນ​ຄົງ​ສະຫະ​ປະຊາ​ຊາດ. ທ່ານ Walid Muallem ລັດຖະມົນຕີ​ການ​ຕ່າງປະ​ເທດ ຊີຣີ ຮັບ​ຮູ້​ວ່າ: ລັດຖະບານ ຊີຣີ ມີ​ຈຸດປະສົງ​ເຂົ້າ​ຮ່ວມ​ບັນດາ​ການ​ເຈລະຈາ​ສັນຕິພາບ ຖ້າວ່າ​ໄດ້​ຮັບ​ການຈັດ​ຕັ້ງ. ​​ສະຫະ​ປະຊາ​ຊາດ​ສະໜັບສະໜູນຂັ້ນ​ຕອນ​ສັນຕິພາບ  ​ແລະ ຮຽກຮ້ອງສ້າງ​ຕັ້ງ​ລັດຖະບານຂ້າມ​ຜ່ານ, ຮຽບຮຽງ​ລັດຖະທຳ​ມະນູນ​ໃໝ່ ​ແລະ ດຳ​ເນີນ​ບັນດາ​ການ​ເລືອກ​ຕັ້ງ​ຢູ່ ຊີຣີ ກ່ອນ​ກາງ​ປີ 2017. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຄວາມ​ບໍ່​ລົງ​ລອຍກັນຕົ້ນ​ຕໍ​ໃນ​ບັນດາ​ການ​ເຈລະຈາ​ສັນຕິພາບກ່ຽວ​ກັບ ຊີ​ຣີ ​ໂດຍ​ສະຫະ​ປະຊາ​ຊາດ​ອຸປະຖຳ​ແມ່ນ ອະນາຄົດ​ດ້ານ​ການ​ເມືອງ​ຂອງ​ການ​ນຳ ຊີຣີ Bashar Al Assad.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top