• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຊິກສະພາຕ່ຳ ອາເມລິກາ ຕີລາຄາສູງວຽກງານຄວບຄຸມໂລກລະບາດໂຄວິດ-19 ຂອງ ຫວຽດນາມ

ວັນທີ 22 ພຶດສະພາ, ທ່ານ ຮາກິມງອັກ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Ami Bera ສະມາຊິກສະພາຕ່ຳພັກປະຊາທິປະໄຕ, ປະທານອະນຸກຳມະການ ອາຊີ - ປາຊີຟິກ ແລະ ຕ້ານການເຜີຍແຜ່ອາວຸດນິວເຄຼຍຂຶ້ນກັບກຳມາທິການພົວພັນຕ່າງປະເທດສະພາຕ່ຳ. 

 (ພາບປະກອບ/TTXVN)

ທ່ານ Ami Bera ໄດ້ຕີລາຄາສູງ ແລະ ຊົມເຊີຍ ຫວຽດນາມ ໃນການຄວບຄຸມໂຄວິດ-19 ໄດ້ເປັນຢ່າງດີ. ທ່ານສະມາຊິກສະພາຕ່ຳ Ami Bera ໃຫ້ຮູ້ວ່າ: ໜຶ່ງໃນບັນດາບຸລິມະສິດຂອງອະນຸກຳມະການ ອາຊີ - ປາຊີຟິກ ແລະ ໃນນາມສ່ວນຕົວທ່ານແມ່ນຊຸກຍູ້ການຮ່ວມມືຫລາຍດ້ານກັບບັນດາປະເທດໃນພາກພື້ນ, ໃນນັ້ນ ມີເສດຖະກິດ - ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຮັບປະກັບຄວາມໝັ້ນຄົງໃນການເດີນເຮືອ, ບັນດາປະເທດໃນພາກພື້ນ ພ້ອມກັນເຄົາລົບກົດໝາຍສາກົນ, ຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ກົດໝາຍ, ຄວາມເສລີໃນການເດີນເຮືອ ແລະ ການບິນ. ໃນການໂອ້ລົມທາງໂທລະສັບ, 2 ຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບສະພາບການຢູ່ທະເລຕາເວັນອອກ ແລະ ຊຸກຍູ້ການຮ່ວມມືແມ່ນ້ຳຂອງ - ອາເມລິກາ. ກ່ຽວຂ້ອງເຖິງທະເລຕາເວັນອອກ, ທ່ານ Ami Bera ໃຫ້ຮູ້ວ່າ: ສະພາແຫ່ງຊາດ ອາເມລິກາ ແລະ ສ່ວນຕົວທ່ານ ຍາມໃດກໍ່ເອົາໃຈໃສ່ ແລະ ຕິດຕາມບັນດາການຜັນແປຢູ່ທະເລຕາເວັນອອກຢ່າງໃກ້ຊິດ, ຄັດຄ້ານບັນດາການກະທຳລະເມີດອະທິປະໄຕ, ໄປຝືນກັບກົດໝາຍສາກົນ, ຄວາມເປັນລະບຽບຮຽບຮ້ອຍທີ່ອີງໃສ່ກົດໝາຍ ແລະ ກໍ່ຄວາມຂາດສະຖຽນລະພາບຢູ່ພາກພື້ນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top