• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຊິກລັດຖະສະພາອາເມລິກາອອກຖະແຫຼງການຮັບຮູ້ 25 ປີແຫ່ງວັນຫວຽດນາມ-ອາເມລິກາ ສ້າງສາຍພົວພັນເປັນປົກກະຕິ

ໃນຮອບເວລາ 25 ປີຜ່ານມາ, ເລື່ອງຫັນການພົວພັນກັບຫວຽດນາມ ເປັນປົກກະຕິນັ້ນ ໄດ້ນຳມາເຊິ່ງຜົນປະໂຫຍດດ້ານການຄ້າ, ການແພດສາທາລະນະອາເມລິກາ ແລະ ໜູນຊ່ວຍສິດທິມະນຸດ ແລະ ປະຊາທິປະໄຕໃນທົ່ວໂລກ.

(ຖະແຫຼງການຮັບຮູ້ 25 ປີແຫ່ງວັນຫວຽດນາມ ແລະ ອາເມລິກາ ສ້າງສາຍພົວພັນເປັນປົກກະຕິຂອງທ່ານ Cory Gardner)

ວັນທີ 12 ກໍລະກົດ, ທ່ານ Cory Gardner, ປະທານອະນຸກຳມະການອາຊີຕາເວັນອອກ, ປາຊີຟິກ ແລະ ນະໂຍບາຍຄວາມໝັ້ນຄົງທາງອິນເຕີແນັດສາກົນ ຂຶ້ນກັບກຳມາທິການການຕ່າງປະເທດສະພາສູງອາເມລິກາ ໄດ້ອອກຖະແຫຼງການຮັບຮູ້ 25 ປີແຫ່ງວັນຫວຽດນາມ ແລະ ອາເມລິກາ ສ້າງສາຍພົວພັນເປັນປົກກະຕິ.

        ຖະແຫຼງການຂອງທ່ານສະມາຊິກສະພາສູງ Cory Gardner ໃຫ້ຮູ້ວ່າ, ໃນຮອບເວລາ 25 ປີຜ່ານມາ, ເລື່ອງຫັນການພົວພັນກັບຫວຽດນາມ ເປັນປົກກະຕິນັ້ນ ໄດ້ນຳມາເຊິ່ງຜົນປະໂຫຍດດ້ານການຄ້າ, ການແພດສາທາລະນະອາເມລິກາ ແລະ ໜູນຊ່ວຍສິດທິມະນຸດ ແລະ ປະຊາທິປະໄຕໃນທົ່ວໂລກ. ທ່ານ Cory Gardner ສະແດງຄວາມປາດຖະໜາວ່າ ຫວຽດນາມ ແລະ ອາເມລິກາ ຈະສືບຕໍ່ເພີ່ມທະວີການພົວພັນຄູ່ຮ່ວມມືຢ່າງແຮງກວ່າອີກ ຜ່ານກົດໝາຍວ່າດ້ວຍຂໍ້ລິເລີ່ມຮັບປະກັນອາຊີຄືນໃໝ່ ເຊິ່ງໄດ້ຮັບການສະໜັບສະໜູນຈາກທັງ 2 ພັກໃນສະພາແຫ່ງຊາດອາເມລິກາ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top