• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຊິກຊາວໜຸ່ມຫວຽດນາມກວດ, ປິ່ນປົວພະຍາດອາສາສະໝັກຢູ່ລາວ


ພາບປະກອບ
      ວັນ​ທີ 31/7, ຄະນະ​ຊາວ​ໜຸ່ມ​ກະຊວງ​ຕຳຫຼວດ ຫວຽດນາມ ​ໂດຍ​ພົນ​ຕີ ຫງວຽນ​ຊວນ​ເມື່ອຍ, ຮອງ​ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ຕຳຫຼວດ​ປະຊາຊົນ ​ເປັນ​ຫົວໜ້າ​ຄະນະ, ມີ​ລາຍການ​ກວດ, ປິ່ນປົວ​ພະຍາດ, ສະໜອງ​ຢຸກຢາ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ ​ແລະ ພະນັກງານ​ນັກຮົບ​ຂຶ້ນ​ກັບ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ຢູ່​ແຂວງ ວຽງ​ຈັນ. ລາຍການ​​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຊາວ​ໜຸ່ມຢູ່​ລາວ​ແຕ່​ວັນ​ທີ 28/7 ຫາ​ວັນ​ 5/8. ຄາ​ດວ່າ ມີ​ຄົນ​ເຈັບ 500 ​ເທື່ອຄົນ​ໄດ້​ຮັບ​ການ​ປ​ິ່ນປົວ​ພະຍາດ​ໃນ​ວັນ​ທີ 31/7. ຕາມ​ລາຍການ​ແລ້ວ, ຄະນະ​ຊາວ​ໜຸ່ມຈະ​ຢ້ຽມຢາມ, ​ເຮັດ​ວຽກ​ກັບ​ການ​ນຳ ກົມ​ໃຫຍ່​ການ​ເມືອງ, ຄະນະ​ຊາວ​ໜຸ່ມ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ. ​ໄວ​ໜຸ່ມ​ກະຊວງ​ຕຳຫຼວດ ຫວຽດນາມ ຈະ​ມີ​ການ​ພົວພັນ​ແລກປ່ຽນ​ກັບ​ໄວ​ໜຸ່ມ ລາ​ວຢູ່​ແຂວງ ສະຫວັນ​ນະ​ເຂດ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top