• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມັດຊາໃຫ່ຍ ສປຊ ຈັດການປະຊຸມຢູ່ສຳນັກງານໃນຕົ້ນເດືອນໜ້າ

      ວັນທີ 30 ຕຸລາ, ທ່ານປະທານສະມັດຊາໃຫ່ຍ ສປຊ Volkan Bozkir ໃຫ້ຮູ້ວ່າ: ບັນດາວາລະປະຊຸມຂອງ ສະມັດຊາໃຫ່ຍ ຈະຖືກຈັດຂຶ້ນຢູ່ສຳນັກງານ ສປຊ ນັບແຕ່ວັນທີ 2 ພະຈິກທີ່ຈະມາເຖິງ, ພາຍຫຼັງເວລາທີ່ຕ້ອງໂຈະໄວ້ ຍ້ອນວິຕົກກັງວົນຕໍ່ສະພາບໂລກລະບາດໂຄວິດ 19.

  (ພາບ: TTXVN)
      ກ່ອນໜ້ານັ້ນ, ຄືໃນວັນທີ 27 ຕຸລາ, ທ່ານປະທານສະມັດຊາໃຫ່ຍ ສປຊ Volkan Bozkir ໄດ້ຮຽກຮ້ອງຍົກເລີກການປະຊຸມທຸກຄັ້ງຢູ່ສຳນັກງານ ສປຊ ພາຍຫຼັງທີ່ນັກການທູດ 5 ທ່ານຂຶ້ນກັບຄະນະຜູ້ແທນຂອງປະເທດໜຶ່ງທີ່ເປັນສະມາຊິກຂອງ ສປຊ ມີຜົນກວດເປັນບວກກັບເຊື້ອໄວຣັດ SARS-CoV-2 . ນັບແຕ່ລະດູແລ້ງເປັນຕົ້ນໄປ, ນີ້ແມ່ນຄັ້ງທຳອິດທີ່ ສປຊ ໄດ້ຍົກເລີກບັນດາການປະຊຸມໂດຍກົງ ຍ້ອນໂລກລະບາດໂຄວິດ 19, ເຖິງວ່າໃນຕົວຈິງ, ບັນດາປະຊຸມເກືອບທັງໝົດຍັງດຳເນີນໄປຕາມຮູບການອອນລາຍ. ພ້ອມກັບ ສປຊ, ບັນດາກອງປະຊຸມຂອງອີຢູ, ນາໂຕ... ກໍ່ຕ້ອງດຳເນີນຕາມຮູບການທາງອອນລາຍຍ້ອນໂລກລະບາດເຊັ່ນດຽວກັນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ໃນ​ໄລ​ຍະ​ໃໝ່

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ” ໃນ​ໄລ​ຍະ​ໃໝ່

ວັນທີ 26 ມັງກອນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ. ລາວ ແລະ ພັນລະຍາ ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. ການຢ້ຽມຢາມ ໄດ້ດຳເນີນໃນລະຫວ່າງວັນທີ 26 – 27 ມັງກອນ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ປະກອບສ່ວນຍົກລະດັບການພົວພັນ ແລະ ກຳນົດທິດການຮ່ວມມືຮອບດ້ານ, ມີປະສິດທິຜົນ ແລະ ແທດຈິງຂອງໄລຍະພັດທະນາໃໝ່.

Top